ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມປາດຖະໜາວ່າ ທ່ານເອກອັກຄະລັດຖະທູດຈະຊຸກຍູ້, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອັງກິດ ຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ອັງກິດ ສືບຕໍ່ເອົາໃຈໃສ່ຊ່ວຍ ຫວຽດນາມ ສຳພັດແຫຼ່ງທຶນຈາກກອງທຶນວັດທະນາຖາວອນ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດຂອງ ຫວຽດນາມ ຄືປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາພື້ນຖານໂຄງລ່າງ.
ສ່ວນທ່ານເອກອັກຄະລັດຖະທູດ Gareth Ward ໃຫ້ຮູ້ວ່າ: ເລື່ອງ ຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ສ້າງຄວາມປະທັບໃຈຕໍ່ວິສາຫະກິດ ອັງກິດ ຫລາຍແຫ່ງ. ໃນອາຍຸການຂອງຕົນ, ທ່ານຈະມານະພະຍາຍາມຊຸກຍູ້ວົງເງິນການຄ້າ 2 ຝ່າຍ ກໍ່ຄືການຮ່ວມມືໃນຫລາຍຂົງເຂດອື່ນຄື: ການສຶກສາ-ບຳລຸງສ້າງ, ວັດທະນະທຳ, ສາທາລະນະສຸກ…ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Gareth Ward ໄດ້ຊີ້ແຈ້ງທັດສະນະສະໜັບສະໜູນການເຄົາລົບກົດໝາຍ, ຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນ.
ແຫຼ່ງຄັດຈາກ VOV)