• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນຄົງ

      ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຢູ່ດ່າໜັງ, ຕອນບ່າຍວັນທີ 11 ພະຈິກ 2017, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ (ພາບ: VGP)
      ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການກະຕຸກຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນທີ່ສຳຄັນຂອງການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອເດືອນ ສິງຫາ 2017 ເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນຄົງ. 2 ຝ່າຍເຫັນດີເປັນເອກະພາບ ຊຸກຍູ້ການຈັດຕັ້ງກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍຄັ້ງທີ 3 ໂດຍໄວຢູ່ ໄທ ເພື່ອກະກຽມໃຫ້ກອງປະຊຸມຄະນະລັດຖະບານຮ່ວມ 2 ປະເທດໃນປີ 2018. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳ 2 ທ່ານໄດ້ແບ່ງປັນທັດສະນະຄວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການເດີນທະເລຢ່າງເສລີຢູ່ພາກພື້ນ.
        ສ່ວນທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ໄດ້ແຈ້ງໃຫ້ຊາບ ກ່ຽວກັບການອອກໜັງສືອະນຸຍາດໃຫ້ການເຄື່ອນໄຫວຂອງ Thai Vietjet Air ແລະ ຢັ້ງຢືນວ່າ ຈະສ້າງເງື່ອນໄຂສະດວກ ເພື່ອເປີດບາງສາຍການບິນໃໝ່ຕື່ມອີກ ແນໃສ່ເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ຢືນຢັນວ່າ: ໄທ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງຕຳຫລວດທະເລ ຫວຽດນາມ ແລະ ກອງທັບເຮືອ ໄທຫລາຍກ່ວາອີກ ໃນການແກ້ໄຂບັນດາການລະເມີດ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃໝ່ບົນທະເລ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top