• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ ໃຊ້ກຳລັງທັງໝົດເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ

ທ່ານນາຍົກລັດຖະມົນຕີ ຊີ້ນຳວ່າ ໃນການຜັນຂະຫຍາຍຍຸດທະສາດວັກຊິນລວມໝູ່, ຮອບດ້ານ ແລະ ມີປະສິດທິຜົນ ຕ້ອງມີຄວາມຂ້ຽວຂາດກ່ວາອີກ, ຍູ້ໄວຄວາມຄືບໜ້າໃນການສຳຜັດກັບບັນດາແຫຼ່ງສະໜອງວັກຊິນເປັນຫຼາຍຮູບແບບຜ່ານບັນດາມາດຕະການທາງການທູດ, ເສດຖະກິດ, ມະຫາຊົນ ແລະ ມີບັນດາມາດຕະການພິເສດອື່ນໆ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຫການນຳບັນດາແຂວງ, ນະຄອນ ຕ້ອງສຸມສະຕິກຳລັງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: VGP)

ຫ້ອງວ່າການລັດຖະບານ ຫາກໍ່ອອກຖະແຫຼງການສະຫຼຸບຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢູ່ ກອງປະຊຸມທາງອອນລາຍທົ່ວປະເທດ ໃນວັນທີ 29 ພຶດສະພາ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ໃນນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ຢຶດໝັ້ນປະຕິບັດດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ໃຊ້ກຳລັງທັງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໂດຍໄວ, ຄວບຄຸມໂລກລະບາດໄດ້ໂດຍໄວ, ສ້າງສະພາບທີ່ເປັນປົກກະຕິ ແລະ ຟື້ນຟູການຜະລິດ, ດຳເນີນທຸລະກິດ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຖືຜົນປະໂຫຍດແຫ່ງຊາດ; ການເບິ່ງແຍງດູແລ, ປົກປ້ອງສຸຂະພາບຂອງ ປະຊາຊົນເໜືອກ່ວາສິ່ງໃດໝົດ. ຕັດສິນໃຈຈຳກັດ, ຍູ້ຖອຍ, ຄວບຄຸມ ແລະ ດັບມອດການແຜ່ລະບາດຢ່າງຮ້າຍແຮງຂອງໂລກລະບາດໂຄວິດ - 19 ໃນຮອບນີ້, ໃນສະເພາະໜ້າຕ້ອງສຸມສະຕິກຳລັງຢູ່ໃນລະດັບສູງຢູ່ບັນດາບໍລິເວນທີ່ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄື ແຂວງບັກຢາງ, ແຂວງບັກນິງ, ນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ… ສຸມໃສ່ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຕ່ຍັງຄົງຕ້ອງມີການຊີ້ນຳ ຍູ້ແຮງການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຕິບັດການປ້ອງກັນຄວາມສະຫງົບ, ຮັກສາຄວາມປອດໄພ ຂອງປະຊາຊົນ ໃຫ້ເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ຊີ້ນຳວ່າ ໃນການຜັນຂະຫຍາຍຍຸດທະສາດວັກຊິນລວມໝູ່, ຮອບດ້ານ ແລະ ມີປະສິດທິຜົນ ຕ້ອງມີຄວາມຂ້ຽວຂາດກ່ວາອີກ, ຍູ້ໄວຄວາມຄືບໜ້າໃນການສຳຜັດກັບບັນດາແຫຼ່ງສະໜອງວັກຊິນເປັນຫຼາຍຮູບແບບຜ່ານບັນດາມາດຕະການທາງການທູດ, ເສດຖະກິດ, ມະຫາຊົນ ແລະ ມີບັນດາມາດຕະການພິເສດອື່ນໆ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top