• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາມມະຍົດ ຊາວເຄວ 2018 ເຊີດຊູ 73 ຜະລິດຕະພັນ, ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ

ສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 15 ປີແຫ່ງວັນນາມມະຍົດ ຊາວເຄວ, ໄດ້ປະກາດ ແລະ ມອບນາມມະຍົດ ຊາວເຄວ 2018 ໃຫ້ແກ່ 73 ຜະລິດຕະພັນ


ພິທີມອບລາງວັນຈັດຕັ້ງໃນວັນທີ 21 ເມສາ

(ພາບ: Dantri.com.vn)

ວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 15 ປີແຫ່ງວັນນາມມະຍົດ ຊາວເຄວ, ໄດ້ປະກາດ ແລະ ມອບນາມມະຍົດ ຊາວເຄວ 2018 ໃຫ້ແກ່ 73 ຜະລິດຕະພັນ, ການບໍລິການ ແລະ ມາດຕະການຊອັບແວ, ເຕັກໂນໂລຢີຂໍ້ມູນຂ່າວສານທີ່ດີເດັ່ນຂອງ ຫວຽດນາມ ໃນປີ 2018.

        ປີ 2018, ນາມມະຍົດຊາວເຄວ ໄດ້ຮັບການສະເໜີ 103 ຜະລິດຕະພັນ ແລະ ການບໍລິການຈາກ 80 ອົງການ, ວິສາຫະກິດ ໃນທົ່ວປະເທດ. ສະພາຄັດເລືອກຄັ້ງສຸດທົ່ວປະເທດ ໄດ້ຕັດສິນໃຈຮັບຮອງເອົານາມມະຍົດ ຊາວເຄວ 2018 ໃຫ້ແກ່ 51 ຜະລິດຕະພັນຊອັບແວ ແລະ 22 ການບໍລິການເຕັກໂນໂລຊີດີເດັ່ນທີ່ສຸດ. ສະພາກໍ່ຕີລາຄາ ແລະ ເລືອກເຟັ້ນ Top 10 ຊາວເຄວ 2018.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top