• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາ ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ 37

      ຍ້ອນໂລກລະບາດໂຄວິດ - 19, ກອງປະຊຸມຄັ້ງນີ້ ຈະຖືກດຳເນີນ ດ້ວຍຮູບການອອນລາຍ ເຊິ່ງມີການເຂົ້າຮ່ວມຂອງການນຳ 10 ປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືທີ່ສຳຄັນ ຄື ຍີ່ປຸ່ນ, ສ.ເກົາຫຼີ…

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະລົງກວດກາວຽກງານກະກຽມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 (ພາບ:TTXVN)
      ຕອນບ່າຍວັນທີ 11 ພະຈິກ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກລົງກວດກາວຽກງານກະກຽມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າ ຈະດຳເນີນແຕ່ວັນທີ 12 – 15 ພະຈິກ. ຍ້ອນໂລກລະບາດໂຄວິດ - 19, ກອງປະຊຸມຄັ້ງນີ້ ຈະຖືກດຳເນີນ ດ້ວຍຮູບການອອນລາຍ ເຊິ່ງມີການເຂົ້າຮ່ວມຂອງການນຳ 10 ປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືທີ່ສຳຄັນ ຄື ຍີ່ປຸ່ນ, ສ.ເກົາຫຼີ… ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີວ່າ ວຽກງານກະກຽມ ຕ້ອງປະຕິບັດຢ່າງລອບຄອບຖີ່ຖ້ວນ, ຮັບປະກັນໃຫ້ເຫດການປະສົບຜົນສຳເລັດ ປະກອບສ່ວນຢັ້ງຢືນບົດບາດເປັນປະທານ ອາຊຽນ ຂອງຫວຽດນາມ ແລະ ສ້າງຂີດໝາຍໃນພາກພື້ນ ແລະ ໃນຈິດໃຈບັນດາຄູ່ຮ່ວມມື.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top