• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

      ຕອນບ່າຍວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ ແລະ ການຮ່ວມມືພາກພື້ນ ຕໍ່ໜ້າກອງປະຊຸມສຸດຍອດອາຊຽນຄັ້ງທີ 37

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ
      ນາຍົກລັດຖະມົນຕີ ທັງສອງ ໄດ້ຢືນຢັນ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແຫ່ສາຍພົວພັນທີ່ຍິ່ງໃຫຍ່, ນ້ຳໃຈມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ຕີລາຄາສູງການປະສານສົມທົບລະຫວ່າງ 2 ປະເທດ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດທີ່ເປັນໄລກ່ອນ ຄື ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ.... ເຫັນດີໃນສະພາບການທີ່ທັງຫວຽດນາມ ແລະ ລາວ ກໍລ້ວນແຕ່ສາມາດຄວບຄຸມໂລກລະບາດໂດຍພື້ນຖານ, ຄວນສ້າງເງື່ອນໄຂສະດວກໃຫ້ແກ່ການສັນຈອນໄປມາລະຫວ່າງ ປະຊາຊົນ ແລະ ການຂົນສົ່ງສິນຄ້າລະຫວ່າງ 2 ປະເທດ.
    ບົນພື້ນຖານດັ່ງກ່າວ ຈະເປັນເອກະພາບກ່ຽວກັບວິທີເປີດບັນດາດ່ານຊາຍແດນທາງບົກຄືນໃໝ່ ແລະ ເຊື່ອມຕໍ່ຖ້ຽວບິນການຄ້າລະຫວ່າງ 2 ປະເທດ ພ້ອມທັງເພີ່ມທະວີການສົມທົບຜັນຂະຫຍາຍ ບັນດາໂຄງການຮ່ວມມືຈຸດສຸມລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືກະກຽມບັນດາການເຄື່ອນໄຫວທີ່ສຳຄັນລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ, ໃນນັ້ນມີກອງປະຊຸມຮ່ວມມືທະວີພາຄີຄັ້ງທີ 43 ລະຫວ່າງລັດຖະບານຫວຽດນາມ ແລະ ລາວ ແລະ ການປຶກສາຫາລືຂັ້ນລັດຖະມົນຕີການຕ່າງປະເທດຄັ້ງທີ 7; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຢູ່ 2 ປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດຂອງລາວ.
    ນາຍົກລັດຖະມົນຕີທັງສອງໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນລະຫວ່າງ 2 ປະເທດຢູ່ບັນດາເວທີພາກພື້ນ ແລະ ສາກົນ. ລາວຕີລາຄາສູງຜົນສຳເລັດຂອງຫວຽດນາມໃນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021, ເປັນປະທານອາຊຽນ 2020 ແລະ ຢືນຢັນສືບຕໍ່ຮ່ວມມືສະໜັບສະໜູນຫວຽດນາມຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງສຳເລັດຜົນ.
      ນາຍົກລັດຖະມົນຕີທັງສອງ ໄດ້ແບ່ງປັນຄວາມສຳຄັນຂອງການສືບຕໍ່ເພີ່ມທະວີຄວາມສາມັກຄີ, ເຫັນດີເຫັນພ້ອມຂອງອາຊຽນໃນບັນຫາທະເລຕາເວັນອອກ, ສົມທົບກັນໃນການເຈລະຈາເພື່ອບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ ສອດຄ່ອງກັບກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top