• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ:ຖືຄວາມຜາສຸກແລະຄວາມປອດໄພຂອງແມ່ຍິງແລະເດັກນ້ອຍແມ່ນເປົ້າໝາຍເພື່ອກະທຳ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 1979 ປີແຫ່ງວັນ 2 ພະນາງຈຶງ ລູກຮື້ຂຶ້ນ ແລະ 109 ປີແຫ່ງວັນແມ່ຍິງສາກົນ 08 ມີນາ, ຕອນເຊົ້າວັນທີ 06 ມີນາ, ຢູ່ອະນຸສາວະລີ ລິ໊ທ໊າຍໂຕ, ເມືອງ ຮ່ວານກຽມ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປຸກລະດົມ ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ”.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປຸກລະດົມ
ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ
(ພາບ: VGP)
      ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ແລະ ສະໜັບສະໜູນຂໍ້ລິເລີມຂອງສະຫະພັນແມ່ຍິງຫວຽດນາມ ໃນການເລືອກເຟັ້ນຫົວຂໍ້ການເຄື່ອນໄຫວປີ 2019 ແມ່ນ “ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ”. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການປະດິດຄິດສ້າງ, ປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະຫະພັນ, ສະແດງໃຫ້ເຫັນໜ້າທີ່ຮັບຜິດຊອບ ແລະ ຄວາມຕັດສິນໃຈຂອງສະຫະພັນໃນການຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແກ້ໄຂບັນດາບັນຫາສັງຄົມ, ມຸ່ງໄປເຖິງຄວາມປອດໄພຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ.
        “ໃນວິວັດທະນາການພັດທະນາປະເທດຊາດ, ພວກເຮົາບໍ່ພຽງແຕ່ເອົາໃຈໃສ່ເຖິງລະດັບການເຕີບໂຕເສດຖະກິດເທົ່ານັ້ນ, ຫາກຍັງມີສະຕິຢ່າງຈະແຈ້ງກ່ຽວກັບຄວາມຮຽກຮ້ອງຍົກສູງຄຸນນະພາບການເຕີບໂຕ, ຊຸກຍູ້ຄວາມກ້າວໜ້າ, ຍຸຕິທຳໃນສັງຄົມ, ຮັບປະກັນບັນດາສິດທິມະນຸດ… ອີກດ້ວຍ. ໃນນັ້ນເອົາໃຈໃສ່ເຖິງແມ່ຍິງ ແລະ ເດັກນ້ອຍ, ໂດຍສະເພາະຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊາຍແດນ, ທະເລໝູ່ເກາະ ຮ່ວມເດີນທາງພ້ອມກັບປະຊາຊົນບັນດາເຜົ່າສ່ວນໜ້ອຍ. ຂ້າພະເຈົ້າສະເໜີໃຫ້ສະຫະພັນແມ່ຍິງທຸກຂັ້ນຄວນສ້າງແຜນການລະອຽດ, ເລືອກເຟັ້ນບັນດາວຽກງານແທດຈິງ, ເໝາະສົມກັບແຕ່ລະກຸ່ມເປົ້າໝາຍ, ລະດົມການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວສັງຄົມໃນການຮັບປະກັນຄວາມປອດໄພໃຫ້ແນ່ຍິງ ແລະ ເດັກນ້ອຍ”.
        ກໍ່ທີ່ພິທີປຸກລະດົມດັ່ງກ່າວໄດ້ມີການເຄື່ອນໄຫວຫຼາຍຢ່າງຄື: ຍ່າງສະໜັບສະໜູນປີປອດໄພໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ;  ງານວາງສະແດງເສັ້ນທາງປອດໄພຢູ່ຮ່າໂນ້ຍ; ງານວາງສະແດງເພື່ອຊີວິດປອດໄພຢູ່ນະຄອນໂຮ່ຈິມິນ…
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top