• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນີ້ແມ່ນການຢ້ຽມຢາມສັນຖະວະໄມຕີຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Samdech Hunsen, ພາຍຫຼັງທີ່ລັດຖະບານ ລາຊະນາຈັກ ກຳປູເຈຍ ຊຸດທີ VI ໄດ້ຮັບການສ້າງຕັ້ງໃນເດືອນ ກັນຍາ ຜ່ານມາ.

ວັນທີ 6 ທັນວາ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Akka Moha Sena Padei Techo Hunsen ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ລາຊະອານາຈັກ ກຳປູເຈຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 6 – 8 ທັນວາ 2018, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.

       ນີ້ແມ່ນການຢ້ຽມຢາມສັນຖະວະໄມຕີຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Samdech Hunsen, ພາຍຫຼັງທີ່ລັດຖະບານ ລາຊະນາຈັກ ກຳປູເຈຍ ຊຸດທີ VI ໄດ້ຮັບການສ້າງຕັ້ງໃນເດືອນ ກັນຍາ ຜ່ານມາ. ເລື່ອງເລືອກເຟັ້ນ ປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ ແມ່ນປະເທດທຳອິດໄປຢ້ຽມຢາມ ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງລັດຖະບານລາຊະອານາຈັກ ກຳປູເຈຍ ຕໍ່ການພົວພັນມິດຕະພາບກັບ ຫວຽດນາມ. ໃນການຢ້ຽມຢາມ, ສອງຝ່າຍໄດ້ແລກປ່ຽນຫຼາຍບັນຫາສອງຝ່າຍ ແລະ ຫຼາຍຝ່າຍ, ເພື່ອແນໃສ່ນຳການພົວພັນຮ່ວມມືສອງປະເທດໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top