• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Lotte

ວັນທີ 04 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Shin Dong Bin, ປະທານກຸ່ມບໍລິສັດ Lotte.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Lotte)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, Lotte ຈະລົງທຶນເຂົ້າບັນດາໂຄງການຜະລິດຢູ່ຫວຽດນາມ, ພ້ອມທັງສະເໜີໃຫ້ກຸ່ມບໍລິສັດຊຸກຍູ້ການນຳ Lotte ສ.ເກົາຫຼີ ຍູ້ແຮງການຮ່ວມມື ແລະ ຊົມໃຊ້ສິນຄ້າຂອງຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ພວມປຸກລະດົມຂະບວນການເລີ່ມຕົ້ນທຸລະກິດ ແລະ ປາດຖະໜາວ່າ Lotte ຈະຮ່ວມມື, ຊຸກຍູ້ຂະບວນການນີ້ຢູ່ຫວຽດນາມ, ພ້ອມກັນນັ້ນ, ສະເໜີໃຫ້ Lotte ສ້າງກອງທຶນເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມຢູ່ຫວຽດນາມ.

        ໂດຍສະແດງຄວາມເຫັນດີຕໍ່ແນວຄວາມຄິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານປະທານກຸ່ມບໍລິສັດ Lotte ຢືນຢັນວ່າ, ຈະຜັນຂະຫຍາຍການສ້າງກອງທຶນເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມຢູ່ຫວຽດນາມ ໃຫ້ປະກົດຜົນເປັນຕົວຈິງໂດຍໄວ. ທ່ານ Shin Dong Bin ໃຫ້ຮູ້ວ່າ, ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານແມ່ນເພື່ອແນໃສ່ຊຸກຍູ້ຄວາມຄືບໜ້າບັນດາໂຄງການຂອງ Lotte ທີ່ລົງທຶນຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top