ຂ່າວສານ
ນາຍົກລັດຖະມົນຕີ ໂມຊຳບິກ ຢ້ຽມຢາມຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຢູ່ຫວຽດນາມ
ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງແຫ່ງສາທາລະນະລັດ ໂມຊຳບິກ ໂດຍທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະກຳມະການແຫ່ງຊາດ ຮັບມືກັບເຫດຮ້າຍ, ໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario
ນະທີ່ນີ້, ທ່ານ ຟ້າມງອກມີງ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຮັບມືກັບເຫດຮ້າຍ, ໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ເພື່ອແນໃສ່ຫລຸດຜ່ອນຄວາມເສຍຫາຍໃນບັນດາເຫດຮ້າຍ, ໄພພິບັດທຳມະຊາດໃຫ້ຢູ່ໃນລະດັບຕ່ຳສຸດ. ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ຖືວ່າ: ໃນໄລຍະຈະມາເຖິງ, ຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຂອງ ຫວຽດນາມ ອາດຈະຮ່ວມມືກັບ ໂມຊຳບີກ ໃນການຊອກຮູ້ຮູບແບບການຈັດຕັ້ງຮັບມືກັບບັນດາໄພພິບັດທຳມະຊາດ, ພິເສດແມ່ນແບ່ງປັນບົດຮຽນ, ທັກສະໃນການເຄື່ອນໄຫວຮັບມືກັບໄພພິບັດທຳມະຊາດ, ອຸບັດຕິເຫດການຂຸດຄົ້ນບໍ່ແຮ່.
(ແຫຼ່ງຄັດຈາກ VOV)