• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດການເງິນ KB Kookmin,ສ.ເກົາຫຼີ

(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ ຕ້ອນ​ຮັບ​
ທ່ານປະ​ທານ​ກຸ່ມ​ບໍ​ລິ​ສັດ​ການ​ເງິນ KB Kookmin,ສ.ເກົາ​ຫຼ​ີ Yoon Jong kyoo)
       ຕອນ​ບ່າຍ​ວັນ​ທີ 11/02, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ ໄດ້​ຕ້ອນ​ຮັບ​ທ່ານປະ​ທານ​ກຸ່ມ​ບໍ​ລິ​ສັດ​ການ​ເງິນ KB Kookmin,ສ.ເກົາ​ຫຼ​ີ Yoon Jong kyoo. ທີ່​ການ​ຕ້ອນ​ຮັບ, ທ່ານປະ​ທານ​ກຸ່ມ​ບໍ​ລິ​ສັດ​ການ​ເງິນ KB Kookmin ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ເປີດກ​ວ້າງ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ ເຊິ່ງ​ກຸ່ມ​ບໍ​ລິ​ສັດ​ມີ​ທ່າ​ແຮງ​ຄື ການ​ເງິນ​, ທະ​ນາ​ຄານ, ອະ​ສັງ​ຫາ​ລິ​ມະ​ຊັບ, ​ປະ​ກັນ​ໄພ, ພິ​ເສດ​ແມ່ນ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ. ທ່ານ Yoon Jong kyoo ​ຢືນ​ຢັນ​ວ່າ, ຈະ​ຕັ້ງ​ໜ້າ​ຊອກ​ຮູ້​ບັນ​ດາ​ໂຄງ​ການ ແລະ ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ຫວຽດ​ນາມ, ຄຽງ​ຂ້າງນັ້ນ, ຈະ​ຈ​ັດ​ຕັ້ງ​ບັນ​ດາກ​ານ​ເຄື່ອນ​ໄຫວ​ສັງ​ຄົມ​ຢູ່​ຫວຽດ​ນາມ ຄື​ໜູນ​ຊ່ວຍ​ຊາວ​ໜຸ່​ມ​ເລ່​ີ່ມ​ທຸ​ລະ​ກິດ.
        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສ​ູງ​ເຈດ​ຕະ​ນາ​ດີ​ຂອງ​ກຸ່ມ​ບໍ​ລິ​ສັດ ກ່ຽວ​ກັບ​ບົດ​ຮຽນ, ​ເຄັດ​ລັບ​ໃນ​ການ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຮືອນ​ຢູ່​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ກໍ່​ຊົມ​ເຊີຍ​ກຸ່ມ​ບໍ​ລິ​ສັດ​ເຂົ້​າ​ຮ່ວມ​ການ​ໜູນ​ຊ່ວຍ​ກັບ​ຂະ​ບວນ​ການ​ເລີ່ມ​ທຸ​ລະ​ກິດ​ຂອງ​ໄວ​ໜຸ່ມ ກ​ໍ​ຄື​ຊົ​ມ​ເຊີຍ​ເລື່ອງ KB Kookmin ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ຢູ່​ຫວຽດ​ນາມ ຄືນ​ໃໝ່, ນັບ​​ທັງ​ການ​ຊື້ທະ​ນາ​ຄານ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນວ່າ ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສ້າງ​ເງື່ອ​ນ​ໄຂ​ລົງ​ທຶນ​ສະ​ດວກ​ທີ່​ສຸດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ກຸ່ມ​ບໍ​ລິ​ສັດ KB Kookmin.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top