• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກໄປເຖິວສະວິດເຂົ້າຮ່ວມກອງປະຊຸມWEF

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢູ່​ສະ​ໜາມ​ບິນ
      ຕອນ​ຄ່ຳ​ວັນ​ທີ 17/1, ຕາມ​ເວ​ລາ ຫວຽດ​ນາມ, ປະ​ມານ 5 ໂມງ​ແລງ​ເວ​ລາ​ສະ​ວິ​ດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ເຖິ​ງ​ສະ​ໜາມ​ບິນ​ສາ​ກົນ Zurich, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 47 ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ໂລກ (WEF) ແຕ່​ວັນ​ທີ 17 ຮອດ​ວັນ​ທີ 21/7/2017 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Klaus Schwab, ປະ​ທານ WEF. ໃນ​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ຄະ​ນະ​ຜູ້​ແທນ​ທີ່​ສະ​ໜາມ​ບິນ​ມີ​ທ່ານ ຟ້າມ​ຫາຍ​ບັ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ເຊີ​ແນວ ເຢືອງ​ຈີ໋​ຢູ້ງ ພ້ອມ​ກັບ​ພະ​ນັກ​ງານ​ສະ​ຖານ​ທ​ູດ ຫວຽດ​ນາມ ປະ​ຈຳ ສະ​ວິດ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ເຊ​ີ​ແນວ.
        ຕາມ​ລາຍ​ກາ​ນ​ເຮັດ​ວຽກ​ທີ່​ຄາດ​ຄະ​ເນ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈະ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງກອງ​ປະ​ຊຸ​ມ​ຄັ້ງ​ຕ່າງໆ. ຄາດ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຈະ​ມີ​ບັນ​ດາ​ການ​ພົບ​ປະ​ສອງ​ຝ່າຍ​ຄື​ກັບ​ ທ່ານ Klaus Schwab, ປະ​ທານ WEF, ທ່ານ  Doris Leuthard, ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ ແລະ ການ​ນຳຫຼາຍ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ພົບ​ປະ​ການ​ນຳ​ບາງ​ອົງ​ການ​ສາ​ກົນ ແລະ ກຸ່​ມ​ບໍ​ລິ​ສັດ​ໃຫຍ່​ໃນ​ໂລກຫຼາຍ​ແຫ່ງ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top