
ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdec Techno Hun Sen
ກ່ຽວກັບບັນຫາຊາຍແດນ, ສອງຝ່າຍເຫັນດີເປັນເອກະສັນມອບໃຫ້ຄະນະກຳມະການປະສົມຂີດເສັ້ນຊາຍແດນ ປັກຫຼັກໝາຍຊາຍແດນສອງປະເທດ ສົມທົບກັນແກ້ໄຂດ້ວຍບັນດາມາດຕະການຍຸຕິທຳ, ເໝາະສົມ, ເພື່ອແນໃສ່ປະຕິບັດສຳເລັດວຽກງານຂີດເສັ້ນຊາຍແດນ ປັກຫຼັກໝາຍຊາຍແດນທາງບົກໂດຍໄວ ກໍ່ຄືແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ຕາມເຂດຊາຍແດນ. ສອງຝ່າຍຊົມເຊີຍເລື່ອງສອງປະເທດຮ່ວມມືກັນເປັນຢ່າງດີໃນບັນດາເວທີຫຼາຍຝ່າຍໄລຍະຜ່ານມາ. ສອງຝ່າຍໃຫ້ຄຳໝັ້ນສັນຍາສົມທົບກັນ, ພ້ອມກັນມານະພະຍາຍາມປະຕິບັດຖະແຫຼງການກ່ຽວກັບການປະພືດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸກົດແຫ່ງການປະພືດກ່ຽວກັບທະເລຕາເວັນອອກ (COC) ໂດຍໄວ. ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາປະເທດພາຄີອື່ນໆໃນບັນດາຂອບເຂດຂອງກຳມາທິການແມ່ນ້ຳຂອງສາກົນ ເພື່ອແນໃສ່ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳຢູ່ເຂດລຸ່ມແມ່ນ້ຳຂອງຢ່າງໝັ້ນຄົງຕາມທຳນຽມສາກົນ, ເພື່ອຜົນປະໂຫຍດຢ່າງກົມກຽວຂອງບັນດາປະເທດແຄມແມ່ນ້ຳ ແລະ ເພື່ອຄາດໝາຍພັດທະນາຢ່າງໝັ້ນຄົງໃນພາກພື້ນ.
ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີທັງສອງປະເທດໄດ້ເປັນສັກຂີພິຍານພິທີ ລົງນາມໃນເອກະສານຮ່ວມມື 3 ສະບັບເຊິ່ງລວມມີ: ສັນຍາຊ່ວຍເຫຼືອກັນດ້ານນິຕິທຳກ່ຽວກັບອາຍາລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ສັນຍາກ່ຽວກັບການມອບສົ່ງຜູ້ຖືກຕັດສິນຈຳຄຸກລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ແລະ ຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການຊົນເຜົ່າ ລະຫວ່າງຄະນະກຳມະການຊົນເຜົ່າ ຫວຽດນາມ ກັບກະຊວງພິທີການ ແລະ ສາສະໜາ ລາຊະອານາຈັກ ກຳປູເຈຍ.
(ແຫຼ່ງຄັດຈາກ VOV)