• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີກຳປູເຈຍSamdecHunsenພົບປະກັບອະດີດທະຫານອາສາສະໝັກຫວຽດນາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdec Hunsen ພົບ​ປະ​
ກັບ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ. ພາບ:vietnamnet
          ​ຕອນ​ບ່າຍ​ວັນ​ທີ 21/12, ຢູ່ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdec Hunsen ໄດ້​ພົບ​ປະ​ສັງ​ສັນ​ກັບ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ປະ​ຕິ​ບັດ​ຫນ້າ​ທີ່​ສາ​ກົນ​ຢູ່​ກຳ​ປູ​ເຈຍ ຜ່ານ​ແຕ່​ລະ​ໄລ​ຍະ. ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdec Hunsen ເນັ້ນ​ຫນັກ​ວ່າ: ທ່ານ​ມີ​ຄວາມຮັບ​ຮູ້ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ, ພັກ ແລະ ລັດ​ຫວຽດ​ນາມ ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ, ກ່ຽວ​ກັບ​ການ​ພົວ​ພັນ​ສາ​ມັກ​ຄ​ີ​ມິດ​ຕະ​ພາບ​ລະ​ຫວ່າງ ສອງ​ປະ​ເທດ. 38 ປີ​ພາຍ​ຫລັງ​ຫລຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນ, ປະ​ເທດ ກຳ​ປູ​ເຈຍ ພວມ​ຟື້ນ​ຕົວ ແລະ ພັດ​ທະ​ນາ​ໃນ​ທຸກ​ດ້ານ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ນັບ​ມື້​ນັບ​ແຫນ້ນ​ແຟ້ນ. ຕາງ​ຫນ້າ​ໃຫ້​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ, ພົນ​ໂຕ ຈ້ຽວ​ຊວນ​ຮ່​ວາ, ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ອະ​ດີດ​ຜູ້​ບັນ​ຊາ​ການ​ທະ​ຫານ​ເຂດ 7 ໄດ້​ເນັ້ນ​ຫນັກ​ວ່າ:
        “ປະ​ຈຸ​ບັນ, ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ພວມ​ຊອກ​ທຸກວິ​ທີ​ແບ່ງ​ແຍກ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ​ລະ​ຫວ່າງ 3 ປະ​ເທດ ອິ​ນ​ດູ​ຈີນ, ພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ລາວ ເດັດ​ດ່ຽວ​ຕໍ່​ສູ້​ເຮັດ​ໃຫ້​ກົນ​ອຸ​ບາຍນັ້ນ​ປະ​ລາ​ໄຊ. ພ້ອມ​ທັງ​ເພີ່ມ​ພູນ​ຄູນ​ສ້າງ,  ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ ຫວຽດ​ນາມ -ກຳ​ປູ​ເຈຍ ຢ່າງບໍ່​ຢຸດຢັ້ງ​.”
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top