• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມເຂດປູຊະນີຍະສະຖານກອງ125ຢູ່ແຂວງດົ່ງນາຍ

ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມເຂດ
ປູຊະນີຍະຊະຖານກອງ125ຢູ່ແຂວງດົ່ງນາຍ
          ໃນ​ຂອບ​ເຂ​ດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ວັນ​ທີ 21/12 ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdec Hun Sen ​ໄດ້​​ໄປຢ​້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ ດົ່ງ​ນາຍ. ຕອນ​ເຊົ້າ​ວັນ​ທີ 21/12 ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdec Hun Sen ​ໄປ​ຢ້ຽມຢາມ​ເຂດ​ປູ​ຊະນີຍະ​​ສະ​ຖານ​ປະ​ຫວັດ​ສາດ​ກອງ 125 ຢູ່ຕາ​ແສງ ລອງ​ຢາ​ວ, ​ເມືອງ ​ເກີ​ມໝີ, ​ແຂວງ ດົ່ງ​ນາຍ. ກອງ 125 ​ແມ່ນຕົ້ນ​ກຳ​ເນີ​ດຂອງ​ກຳລັງ​ປະກອບ​ອາວຸດ​ສາມັກຄີ​ກູ້​ຊາດ ກຳປູ​ເຈຍ. ​ ນີ້​ແມ່ນ​ແຫ່ງ​ປົງ​ສົບ​ນັກຮົບ ກຳປູ​ເຈຍ 49 ຄົນ. ເຂດ​ປູຊະນີຍະ​​ສະ​ຖານ​ປະ​ຫວັດ​ສາດ​ກອງ 125 ​ຖືກ​ລັດ ຫວຽດນາມ ຈັດ​ອັນ​ດັບ​ເປັນເຂດ​ປູຊະນີຍະ​​ສະ​ຖານ​ປະ​ຫວັດ​ສາດຂັ້ນ​ລະດັບ​ຊາດ, ສະ​ແດງ​​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ຫວຽດນາມ ​ໃນ​ການຮັກສາ​ບູລະນະ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ເຂດ ປູຊະນີຍະ​​ສະ​ຖານ, ​ແມ່ນ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ.
        ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdec Hun Sen ມີ​ການ​ພົບ​ປະ​ກັບ​ການ​ນຳ​ນະຄອນ ​ໂຮ່ຈີ​ມິນ; ຢ້ຽມຢາມ​ທະຫານເຂດ​ 7 ​ແລະ ພົບ​ປະ​ຜູ້​ແທນ​ເປັນ​ນັກຮົບ​ເກົ່າ​ອາສາ​ສະໝັກ ຫວຽດນາມ ​ທີ່​ເຄີຍ​ປະຕິບັດ​ພັນທະ​ສາກົນ​ຢູ່ ກຳປູ​ເຈຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top