ໃນການຕ້ອນຮັບ, ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ ໄດ້ລາຍງານ ໃຫ້ທ່ານນາຍົກລັດ ຖະມົນຕີ ໄດ້ຮັບຊາບ ກ່ຽວກັບຜົນສຳເລັດ ຂອງ ການພົບປະເຈ ລະຈາ ແລະ ການລົງນາມ ໃນບົດບັນທຶກ ວ່າດ້ວຍ ການຮ່ວມມື ກັບທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການໃຫຍ່ສຳນັກ ຂ່າວ ສານປະເທດລາວ ໃນຕອນເຊົ້າຂອງວັນດຽວກັນ. ສອງຝ່າຍໄດ້ ເຫັນດີເປັນເອກະພາບ ໃນການຊຸກຍູ້ ການເຄື່ອນໄຫວ ຕາມຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໄລຍະ 2016-2020. ການ ນຳສອງ ຝ່າຍໄດ້ເປັນເອກະພາບ ໃນການຍົກສູງ ຄຸນນະພາບ ດ້ານແລກ ປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການໂຄສະນາ ເຜີຍແຜ່ ກ່ຽວກັບ ການ ພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕໍ່ໜ້າ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງ ຄວາມຊົມ ເຊີຍ ທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການໃຫຍ່ ແລະ ຄະນະ ທີ່ມາຢ້ຽມຢາມຫວຽດນາມໃນຂະນະທີ່ ສາຍພົວພັນຮ່ວມມື ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ພວມຂະຫຍາຍຕົວ ທັງລວງກວ້າງ ແລະ ລວງເລິກ. ທ່ານ ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍຖືສຳຄັນ ການເພີ່ມພູນຄູນສ້າງ ສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການ ຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ; ສ້າງເງື່ອນໄຂ ດີທີສຸດ ໃຫ້ແກ່ການຊຸກຍູ້ ການຮ່ວມມືລະຫວ່າງ ບັນດາກະຊວງ, ຂະ ແໜງການ, ໂດຍສະເພາະຢ່າງຍິ່ງ ແມ່ນບັນດາທ້ອງຖິ່ນ ຕິດກັບຊາຍແດນຂອງສອງປະເທດ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ ທ່ານ ສູນທອນ ຄັນທະວົງ
ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ປະເທດລາວ
ພ້ອມຄະນະ. ພາບ: ຖົ໋ງເຍິດ/VNA
ທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ປະເທດລາວ ໄດ້ສະແດງຄວາມຂອບໃຈ ຢ່າງສູງຕໍ່ທ່ານນາຍົກລັດ ຖະມົນຕີ ຫງວຽນ ຊວນຟຸກ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວວ່າ ການພົວພັນລະຫວ່າງ ສຳ ນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ເປັນຄວາມສຳພັນ ທີ່ເປັນມູນເຊື້ອ ບົນພື້ນຖານ ຄວາມສາມັກຄີ ແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດລາວ-ຫວຽດນາມ. ສຳນັກຂ່າວສານຫວຽດນາມ ແລະ ສຳນັກ ຂ່າວສານປະເທດລາວ ຍາມໃດກໍກຳນົດ ແລະ ປະສານ ສົມທົບ ກັນ ໃນການໂຄສະນາເຜີຍແຜ່ ໃຫ້ປະຊາຊົນສອງປະເທດໄດ້ ຮັບຊາບ ກ່ຽວກັບມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິເສດ ລະ ຫວ່າງສອງປະເທດລາວ-ຫວຽດນາມ ແຕ່ກ່ອນມາຮອດ ປັດຈຸບັນ. ພິເສດ ສອງຝ່າຍຕ້ອງສຸມໃສ່ ປະສານສົມທົບໃນການໂຄສະນາ ເຜີຍແຜ່ກ່ຽວກັບຄວາມສຳພັນແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງສາຍ ພົວພັນການທູດ (05/9/1962-05/9/2017) ແລະ 40 ປີ ວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977-18/72017) ລະຫວ່າງ ສອງປະເທດປີ 2017. ທ່ານຜູ້ອຳ ນວຍ ການໃຫຍ່ຂ່າວສານປະເທດລາວ ຫວັງວ່າ ທ່ານ ນາຍົກລັດຖະມົນ ຕີ ຈະສືບຕໍ່ໃຫ້ສະຫນັບສະໜູນ ແລະ ອຳນວຍຄວາມສະດວກ ເພື່ອໃຫ້ ສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານ ຫວຽດນາມ ເສີມຂະຫຍາຍການພົວກັນຮ່ວມມື ໃນຕໍ່ໜ້າ, ສູ້ຊົນ ເຮັດສຳເລັດ ໜ້າທີ່ ໃນການເປັນສຳນັກຂ່າວ ຂອງ ປະເທດ.
ໂດຍ: VNA/VNP