• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກອະນຸຍາດໃຫ້ນິງທ້ວນໄດ້ນຳໃຊ້ກົນໄກບຸລິມະສິດລົງທຶນສູງສຸດ

(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ກ​່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)
      ຕອນ​ເຊົ້າ​ວັ​ນ​ທີ 26/08, ຢູ່​ເມືອງ ນິງ​ຫາຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນິງ​ທ້ວນ ໄດ້​ຈັດ​ກອງ​ປະ​ຊຸມ​ສົ່ງ​ເສີມການ​ລົງ​ທຶນ​ເຂົ້າ​ແຂວງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ລົ​ງ​ທຶນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ​ນັບ​ຮ້ອຍ​ຄົນ. ເຂົ້າ​ຮ່ວມ ແລະ ກ​່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ວ່າ ແຂວງ​ນິງ​ທ້ວນ ມີ​ທ່າ​ແຮງ​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​ໃສ່​ທ້ອງ​ຖິ່ນ​ອື່ນໆ​ຂອງ​ຫວຽດ​ນາມ. ແຂວງ​ມີ​ຄວາມ​ສາ​ມາດ​ບົມ​ຊ້ອນ​ອັນ​ໃຫຍ່​ຫຼວງກ່ຽວ​ກັບ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ, ການ​ທ່ອງ​ທ່ຽວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ແຂວງ ຕ້ອງ​ມີ​​​ຈີນ​ຕະ​ນາ​ການ​ໃໝ່ ໃນ​ການ​ຄຸ້ມ​ຄອງ​, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.
        “ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ​ຂອງ​ນິງ​ທ້ວນ ຍັງ​ມີ​ຫຼາຍ​ສິ່ງ​​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ. ດັດ​ຊະ​ນີແກ່ງ​ແຍ້ງ​ຂັ້ນ​ແຂວງ ຂອງ​ແຂວງ​ໃນ​ປີ 2015 ຢືນອ​ັນ​ດັບ​ທີ 42/63 ແຂວງ, ນະ​ຄອນ, ຕ​່ຳ​ກວ່າຫຼາຍ​ເມື່ອ​ທຽບ​ໃສ່ບັນ​ດາ​ແຂວງ​​ໃກ​້​ຄຽງ. ເພາະ​ສະ​ນັ້ນ, ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຢ່າງຍ​າວ​ນານ, ແຂວງ​ຕ້ອງ​ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ນະ​ໂຍ​ບາຍ​ຢ່າງ​ຈະ​ແຈ້ງ​ຈາກ​ຝ່າຍ​ການ​ນຳ​ແຂວງ. ແຂວງກໍ່​ຕ້ອງວ​າງ​ອອກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ລະ​ອຽດ​ຂອງ​ທ້ອງ​ຖິ່ນ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຄື​ດັ່ງ​ບາງ​ແຂວ​ງ​ໄດ້​ປະ​ຕິ​ບັດ. ສິ່ງນີ້​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ລະ​ດົ​ມ​ກຳ​ລັງ​ໃຈ​ຢ່າງ​ໃຫຍ່​ຫຼວງ​ໃຫ່​ນັກ​ລົງ​ທຶນ.”
        ຄຽງ​ຂ້າງນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮຽກ​ຮ້ອງ​ໃຫ້​ແຂວງ ຕ້ອ​ງ​ມີຮູບ​ແບບ​ເຊີດ​ຊູວິ​ສາ​ຫະ​ກິດ, ເພີ່ມ​ຈຳ​ນວນ ແລະ ຄຸນ​ນະ​ພາບ​ວິ​ສາ​ຫະ​ກິດ​​ຢ່າ​ງ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ແຂວງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ເຊື່ອມ​ຕໍ່​ເຂດ ເພື່​ອ​ເປີດກວ້າງການ​ພັດ​ມະ​ນາ​ໄລ​ຍະ​ຍາວ​​ໃຫ້​ນິງ​ທ້ວນ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top