• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີອະນຸມັດຜ່ານໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ2016-2020


(ພາບ​ປະ​ກອບ)
 
      ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ມີ​​ຈຸດໝາຍ​ລວມ​ແມ່ນ: ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເພື່ອ​ຍົກ​ສູງ​ຊີ​ວິດ​​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈໃຫ້​ແກ່​ປະ​ຊາ​ຊົນ; ມີ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ​ທີ່​ເໝາະ​ສົມ; ​ມີໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ ບັນ​ດາ​ຮູບການຈັດ​ຕັ້ງ​ການ​ຜະ​ລິດ​ໃຫ້​ເໝາະ​ສົມ, ​ພັດ​ທະ​ນາ​ກະ​ສິ​ກຳຕິດ​ພັນ​ກັບ​ອຸ​ດສາ​ຫະ​ກຳ; ການ​ບໍ​ລິ​ການ; ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຕິດ​ພັນ​ກັບ​ຕົວ​ເມືອງ; ສັງ​ຄົມ​ຊົນ​ນະ​ບົດອະ​ທິ​ປະ​ໄຕ, ສະ​ເໝີ​ພາບ, ສະ​ຖຽນ​ລະ​ພາບ, ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາ​ດ​ຫຼາຍ​ຢ່າງ; ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢ່າງໝັ້ນ​ຄົງ… ໂຄງ​ການໄດ້ກໍ່​ວາງ​ຄາດໝາຍ​ລະ​ອຽ​ດ​ຮອດ​ປີ 2020 ຈຳນວນ​ຕາ​ແສງ​ບັນ​ລຸ​​ມາດຕະ​ຖານ​ຊົນ​ນະ​ບົດ​ໃໝ່ບັນ​ລຸ​ປະ​ມານ 50% ; ສົ່​ງ​ເສີມ​ແຕ່​ລະ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ສູ້​ຊົນ​ຢ່າງ​ນ້ອຍ​ສຸດ​ມີ​ 1 ເມືອງບັນ​ລຸ​ມາ​ດ​ຖານ​ຊົນ​ນະ​ບົດ​ໃໝ່. ຄິດ​ສະ​ເລ່ຍ​ທົ່​ວ​ປະ​ເທດ​ບັນ​ລຸ 15 ມາດ​ຕະ​ຖານ/ຕາ​ແສງ; ທົ່ວ​ປະ​ເທດບໍ່​ມີ​ຕາ​ແສງໄດ້​ບັນ​ລຸ​ ຕ່ຳ​ກວ່າ 5 ມາດ​ຕະ​ຖານ. ສ້າງ​​ສຳ​ເລດບັນ​ດາ​ກິດຈະ​ກຳ​ທີ່​ຈຳ​ເປັນ​​ໂດຍ​ພື້ນ​ຖານ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂ​ອງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດຄື; ທາງ​ຄົມ​ມະ​ນາ​ຄົມ, ໄຟ​ຟ້າ, ນ້ຳ​ສະ​ອາດ, ໂຮງ​ຮຽ​ນ​, ສຸກ​ສາ​ລາ​ຕາ​ແສງ. ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ; ສ້າງບັນ​ດາ​ຮູບ​ແບບການ​ຜະ​ລິດ ຕິດ​ພັນ​ກັບ​ວ​ຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິໃຫ້​ປະ​ຊາ​ຊົ​ນ, ລາຍ​ຮັບ​ເພີ່ມ​ຂຶ້ນຢ່າງ​ໜ້ອຍ​ສຸດ 1,8 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2015.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top