• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກທ່ອງທ່ຽວແບນຊິກ ເອົາໃຈໃສ່ຄົ້ນຫາຫວຽດນາມ ນັບມື້ນັບຫຼາຍກວ່າ

      ຫວຽດນາມ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວບຣຸກແຊນ, ຂອງແບນຊິກ, ເຊິ່ງດຳເນີນໃນລະຫວ່າງວັນທີ 07 – 10 ກຸມພາ, ດ້ວຍບັນດາລາຍການໂຄສະນາທີ່ເປັນໜ້າປະທັບໃຈ ແລະ ດຶງດູດໃຈ.

ຫວຽດນາມ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວບຣຸກແຊນ
(ພາບ: TTXVN)
      ປີ 2018, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 15 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,9% ເມື່ອທຽບໃສ່ປີ 2017 ດ້ວຍນັກທ່ອງທ່ຽວກວ່າ 2 ລ້ານເທື່ອຄົນທີ່ມາຈາກເອີລົບ, ໃນນັ້ນນັກທ່ອງທ່ຽວມາຈາກແບນຊິກແມ່ນເກືອບ 32.000 ເທື່ອຄົນ.
        ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊິກ ຫວູກວາງແອງ ແລ້ວ, ສິ່ງສຳຄັນນັ້ນແມ່ນ ຫວຽດນາມ ແມ່ນຈຸດນັດພົບ ມີຄວາມດູດດື່ມ  ແລະ ປອດໄພ, ແມ່ນປະເທດທີ່ມີທິວທັດທຳມະຊາດ ແລະ ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ, ໄດ້ສ້າງຄວາມດຶງດູດເພື່ອນມິດສາກົນ.
        ງານວາງສະແດງໄດ້ດຶງດູດຊາວແບນຊິກ ມາຊອກຮູ້ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວ ເປັນສຳນວນຫຼາຍ, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຊາວແບນຊິກ ນັບມື້ນັບມີຄວາມສົນໃຈມາທ່ຽວຢູ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top