• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະໂຍບາຍອະໄພຍະໂທດ ຢັ້ງຢືນແຜນນະໂຍບາຍມະນຸດສະທຳຂອງ ພັກ, ລັດ ຫວຽດນາມ ທີ່ມີຕໍ່ນັກໂທດມີຄວາມຕັດສິນໃຈກັບຄືນເຊື່ອມຕົວເຂົ້າກັບວົງຄະນະຍາດ

      ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຂໍ້ຕົກລົງວ່າດ້ວຍການອະໄພຍະໂທດປີ 2021 ໄດ້ຢັ້ງຢືນ ແຜນນະໂຍບາຍມະນຸດສະທຳຂອງພັກ, ລັດ ທີ່ມີຕໍ່ຜູ້ມີການດັດສ້າງເປັນຢ່າງດີ, ມີຄວາມກິນແໜງ ແລະ ມີຄວາມຕັດສິນໃຈຢາກກັບຄືນເຊື່ອມຕົວເຂົ້າກັບວົງຄະນະຍາດ, ກາຍເປັນພົນລະເມືອງທີ່ດີຕໍ່ສັງຄົມ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ພົບປະກັບພະນັກງານຄ້າຍກັກຂັງ ງອກລີ໊ (ພາບ: TTXVN)
      ຕອນເຊົ້າວັນທີ 18 ສິງຫາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງກວດກາວຽກງານຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການ ອະໄພຍະໂທດ 2021 ຢູ່ຄ້າຍກັກຂັງ ງອກລີ໊, ຂຶ້ນກັບການຄຸ້ມຄອງຂອງກະຊວງຕຳຫຼວດ ຕັ້ງຢູ່ແຂວງ ບັກຢາງ. ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຂໍ້ຕົກລົງວ່າດ້ວຍການອະໄພຍະໂທດປີ 2021 ໄດ້ຢັ້ງຢືນ ແຜນນະໂຍບາຍມະນຸດສະທຳຂອງພັກ, ລັດ ທີ່ມີຕໍ່ຜູ້ມີການດັດສ້າງເປັນຢ່າງດີ, ມີຄວາມກິນແໜງ ແລະ ມີຄວາມຕັດສິນໃຈຢາກກັບຄືນເຊື່ອມຕົວເຂົ້າກັບວົງຄະນະຍາດ, ກາຍເປັນພົນລະເມືອງທີ່ດີຕໍ່ສັງຄົມ.
        ກ່ຽວກັບວຽກງານອະໄພຍະໂທດ, ທ່ານປະທານປະເທດໄດ້ຊີ້ແຈ້ງວ່າ, ປີ 2021 ປະທານປະເທດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການອະໄພຍະໂທດເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີ ແຫ່ງວັນສະຖາປະນາປະເທດ ຖືກຕ້ອງກັບຂໍ້ກຳນົດກົດໝາຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top