ໂດຍໄດ້ຮັບຂະໜານນາມວ່າ ເປັນນະຄອນຕັ້ງຢູ່ເທິງແມ່ນຳ້, ນະ ຄອນ Venice ແມ່ນການລວມຕົວກັນ ຂອງ 118 ເກາະດອນ, ຄອງເໝືອງຂຸດ 175 ສາຍ ແລະ ຂົວອີກ 444 ແຫ່ງ ເພື່ອເຊື່ອມ ຕໍ່ບັນດາ ເກາະດອນ ເຫລົ່ານີ້ເຂົ້າຫາກັນ.
ເສັ້ນທາງຄົມມະນາຄົມຕົ້ນຕໍ່ຢູ່ນະຄອນແຫ່ງນີ້ແມ່ນໃຊ້ລຳຄອງ ໃຫຍ່ (Grande Canal) ຊຶ່ງຖືກຂະໜານນາມວ່າ ເປັນຖະໜົນ ຫຼວງ ສວຍງາມທີ່ສຸດໃນໂລກ.
ເມື່ອມາເຖິງນະຄອນ Venice, ນັກທ່ອງທ່ຽວ ຈະຫລົງໄຫລໄປ ກັບຄວາມສວຍງາມ, ຄວາມເກົ່າແກ່ແຫ່ງສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ນະຄອນແຫ່ງນີ້. ເບື້ອງຫລັງ ຄວາມສວຍ ສົດງົດງາມນີ້ ຍັງເຫັນໄດ້ເຖິງຄວາມລຽບງ່າຍ ແລະ ສະຫງົບສຸກ ຂອງ ຄຸ້ມຖະໜົນບູຮານ.