• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ​ໂຮ່ຈີ​ມິນ ​ສ້າງ​ແຜນ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວສາກົນ

ນະຄອນໂຮ່ຈີມິນ ສຸມໃສ່ປະຕິບັດໜ້າທີ່ຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ປອດໄພຢ່າງເດັດຂາດ, ທັງພັດທະນາເສດຖະກິດ.

ທ່ານ ໂດ໊ຊວັນຕວຽນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: moh.gov.vn)

  ທີ່ກອງປະຊຸມທາງອອນລາຍຂອງຄະນະຊີ້ນໍາກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງນະຄອນໂຮ່ຈີມິນ ທີີ່ໄດ້ດໍາເນີນໃນຕອນບ່າຍວັນທີ 21 ກັນຍາ, ທ່ານ ຫງວຽນເຕິ໊ນບິ໋ງ, ຫົວໜ້າພະແນກສາທາລະນະສຸກ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ພວມກະກຽມບັນດາແບບວິທີ ແລະ ຂັ້ນຕອນຈັດຕັ້ງໃຫ້ແກ່ບຸກຄົນທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄຕ້ຫວັນ, ລາວ, ກໍາປູເຈຍ ເຂົ້ານະຄອນໂຮ່ຈີມິນ. ຕາມນັ້ນແລ້ວ, ບຸກຄົນເຫຼົ່ານັ້ນ ຈະໄດ້ກວດເອົາຕົວຢ່າງຢູ່ສະໜາມບິນ ເພື່ອໄປກວດວິໄຈຫາເຊື້ອໄວຣັດ SARS – CoV – 2, ປະຕິບັດການແຍກຕົວຢູ່ນະຄອນໃນເວລາ 6 ວັນ, ແລ້ວກວດເອົາຕົວຢ່າງຄັ້ງທີ 2 ໃນມື້ທີ 6 ຫຼັງຈາກນັ້ນ ປະຕິບັດການແຍກຕົວຕື່ມອີກ 9 ວັນຢູ່ບ່ອນພັກອາໄສ, ຈໍາກັດການໄປ - ມາ ແລະ ກວດເອົາຕົວຢ່າງຄັ້ງທີ 3 ໃນມື້ທີ 14 ເພື່ອກວດວິໄຈຫາເຊື້ອ ອີກເທື່ອໜຶ່ງ.

        ໃນຂະນະນັ້ນ, ທ່ານ ເລແທງລຽມ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ສຸມໃສ່ປະຕິບັດໜ້າທີ່ຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ປອດໄພຢ່າງເດັດຂາດ, ທັງພັດທະນາເສດຖະກິດ. ທາງນະຄອນຈະສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ຊາວຕ່າງປະເທດເຂົ້າມາເຮັດວຽກຢູ່ນະຄອນ ໂຮ່ຈີມິນ ແຕ່ຈະບໍ່ປະໃຫ້ເກີດສະພາບຕິດແປດພະຍາດໂຄວິດ - 19 ໃນຊຸມຊົນ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top