• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມີນສູ້ຊົນຈະຕ້ອນຮັບນັກທ່ອງທ່ຽວສາກົນ7,5ລ້ານເທື່ອຄົນໃນປີ2018

      ປີ 2018, ຂະແຫນງທ່ອງທ່ຽວນະຄອນໂຮ່ຈິມີນ ສູ້ຊົນຈະຕ້ອນຮັບນັກທ່ອງທ່ຽວ ສາກົນ 7,5 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 25% ເມື່ອທຽບໃສ່ປີ 2017. ຍອດລາຍຮັບຈາກການທ່ອງທ່ຽວບັນລຸ 138.000 ຕື້ດົງ. 
      ຕາມທ່ານ ບູ່ຍຕາຮ່ວາງຫວູ, ຫົວຫນ້າພະແນກທ່ອງທ່ຽວ ນະຄອນໂຮ່ຈິມີນແລ້ວ, ເພື່ອປະຕິບັດສຳເລັດບັນດາຄາດໝາຍໃນປີ 2018, ຂະແຫນງທ່ອງທ່ຽວຈະສືບຕໍ່ພັດທະນາ, ຫັນບັນດາຜະລິດຕະພັນເປັນຫລາຍຮູບແບບ. ເພີ່ມທະວີຂະຫຍາຍບັນດາສະຖານທີ່ທ່ອງທ່ຽວ ຮັບໃຊ້ນັກທ່ອງທ່ຽວ, ຈັດຕັ້ງເຫດການໃນທຸກເດືອນ, ຍົກລະດັບຜົນສະທ້ອນຈາກບັນດາງານບຸນ, ເຫດການຕ່າງໆເພື່ອໃຫ້ນັກທ່ອງທ່ຽວເລືອກເຟັ້ນນະຄອນໂຮ່ຈິມີນ ແມ່ນຈຸດນັດພົບການເຄື່ອນໄຫວວັດທະນະທຳ ແລະ ການບັນເທິງ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top