• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງ​ຖິ່ນ​ຕ່າງໆ​ບໍ່​ປະ​ໃຫ້​ໂລກ​ລະ​ບາດ​ແຜ່​ລະ​ບາດ​ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ

“ທ້ອງຖິ່ນຕ່າງໆຄວນມານະພະຍາຍາມບໍ່ປະໃຫ້ໂລກລະບາດແຜ່ລະບາດໃນເຂດອຸດສາຫະກຳ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນກອງປະຊຸມອອນລາຍຂອງ ຄະນະປະຈຳ ຄະນະຊີ້ນຳ ແລະ ການນຳບັນດາແຂວງ, ນະຄອນ ເຊິ່ງລວມມີ ບັກນິງ, ບັກຢາງ, ດ່າໜັງ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃນເຂດອຸດສາຫະກຳ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: TTXVN)

ກອງປະຊຸມດັ່ງກ່າວຖືກດຳເນີນໃນຕອນເຊົ້າວັນທີ 12 ພຶດສະພາ ຢູ່ສຳນັກງານລັດຖະບານ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງ ໃຫ້ກະຊວງສາທາລະນະສຸກ ຍູ້ໄວການອະນຸຍາດໃຫ້ນຳໃຊ້ເຕັກໂນໂລຢີກວດວິໄຈໃໝ່, ໄວກວ່າ ແລະ ຖືກກວ່າ, ກັນຕ່ອງໄດ້ຫຼາຍກວ່າ, ພ້ອມທັງມີການແນະນຳວິທີການນຳໃຊ້ຢ່າງລະອຽດ. ທ່ານຮອງນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ ດັ່ງກ່າວ ຈົ່ງເຜີຍແຜ່ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ບັນດາວິສາຫະກິດທີ່ມີກຳມະກອນເປັນຈຳນວນຫຼາຍ, ພິເສດແມ່ນວິສາຫະກິດໃນເຂດອຸດສາຫະກຳ. ບັນດາວິສາຫະກິດຕັ້ງໜ້າເຂົ້າຮ່ວມການກວດວິໄຈປະຈຳໄລຍະ ເພື່ອຮັບປະກັນໃຫ້ການຜະລິດໄດ້ດຳເນີນໄປຢ່າງປອດໄພ. ພ້ອມກັນນັ້ນ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ຫ້າມການໄປມາແລກປ່ຽນລະຫວ່າງທ້ອງຖິ່ນ, ກຽມພ້ອມສະຖານທີ່ແຍກຕົວລວມໝູ່.
(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.

Top