• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງໆຢູ່ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນໃນຕົ້ນປີໃໝ່ ປີວອກ 2016

ແຂກ​ທ່ອງ​ທ່ຽວສາ​ກົນມາ​ຢ້ຽມ​ຢາມ​ນະ​ຄອນໂຮ່​ຈິ​ມິນ​ໃນ​ໂອ​ກາດ​ປີ​ໃໝ່ປີ​ວອກ 2016.
            ຕອນ​ເຊົ້າ​ວັນ​ທີ 8/2(ກົງ​ກັບ​ວັນ​ທີ 1 ຂອງ​ບຸນ​ເຕັດ) ທ່າ​ກຳ​ປັ່ນ​ຍາ​ຈາງ ແຂວງ​ແຄ້ງ​ຮ່​ວາ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ກຳ​ປັ່ນ​ທ່ອງ​ທ່ຽວ​ທະ​ເລ​ຖ້ຽວ​ທຳ​ອິດໃນປີ​ໃໝ່​ປີ​ວອກ 2016 ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ກຳ​ປັ່ນ​ລຳ​ດັ່ງ​ກ່າວ​ມີ​ຊື່​ວ່າ Volendam ຂອງ​ໂຮນ​ລັງ, ບັນ​ທຸກ​ນັກ​ທ່ອງ​ທ່ຽວ 1.400 ຄົນ. ທ່ານ​ນາງ ຟານ​ທິ​ແທງ​ຈຸກ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ-ກິ​ລາ ແລະ ທ່ອງ​ທ່ຽວ​ແຊວງ​ແຄ້ງ​ຮ່​ວາ ໃຫ້​ຮູ້​ວ່າ :
     “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາວ​່າ ປີ​ໃໝ່​ຈະ​ມີ​ສິ່ງ​ທີ່​ໃໝ່​ອຽມ​ໃນ​ການ​ເຄື່ອນ​ໄຫວທ່ອງ​ທ່ຽວ. ການ​ທ່ອງ​ທ່ຽວ​ທາງ​ທະ​ເລ​ແມ່ນ​ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເພື່​ອ​ພັດ​ທະ​ນາ. ມີ​ວຽກ​ງານຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ​ຈາກ​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ແກ່ ການ​ເຄື່ອນ​ໄຫວທ່ອງ​ທ່ຽວ, ພິ​ເສດ​ ທ່າ​ກຳ​ປັ່ນ​ທ່ອງ​ທ່ຽວ​ກໍ​ນອນ​ໃນ​ແຜນ​ການ​ພັດ​ທະ​ນາ​ຂອງນະ​ຄອນ​ຍາ​ຈາງ, ​ແຂວງ​ແຄ້ງ​ຮ່​ວາ ”
     ແລະ ກໍ​ໃນຕອນ​ເຊົ້າ​ວັນ​ທີ 8/2(ກົງ​ກັບ​ວັນ​ທີ 1 ຂອງ​ບຸນ​ເຕັດ), ນະ​ຄອນ​ດານັ້ງ​ກໍ​ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັ​ບ​ຖ້ຽວ​ບິນ​ທຳ​ອິດ ສົ່ງ​ແຂກ​ທ່ອງ​ທ່ຽວສາ​ກົນ 180 ຄົນ ມາ​ຢ້ຽມ​ຢາມ​ນະ​ຄອນ​ໃນ​ໂອ​ກາດ​ປີ​ໃໝ່ປີ​ວອກ 2016.
 (​ແຫຼ່ງຄັດ​ຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top