• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ພົບ​ປະກັບ​ຜູ້​ຕາງ​ໜ້າ​ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ປະ​ຈຳ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ 2020

ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າສື່ມວນຊົນຕ່າງປະເທດປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 19 ທັນວາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຫວນຄືນບັນດາຂີດໝາຍທາງການທູດຂອງ ຫວຽດນາມໃນປີ 2019.


ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ  ກ່າວຄຳເຫັນທີ່ການພົບປະ

(ພາບ: TTXVN)


ທ່ານ ຫງວຽນກ໊ວກຢຸງ ໄດ້ເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນຂອງ ສື່ມວນຊົນ ໃນນັ້ນມີສື່ມວນຊົນຕ່າງປະເທດ, ພິເສດແມ່ນບັນດາຫ້ອງການສື່ມວນຊົນຕ່າງປະເທດປະຈຳ ຢູ່ ຫວຽດນາມ ແລະ ສ່ວນບຸກຄົນ, ນັກຂ່າວ, ຜູ້ຊ່ວຍວຽກດ້ານສື່ມວນຊົນຕ່າງປະເທດໄດ້ ຄຽງບາຄຽງໄລ່ ກັບກະຊວງການຕ່າງປະເທດ ຫວຽດນາມ, ປະເທດຊາດ ແລະ ຊາວ ຫວຽດນາມໃນຕະຫຼອດຫຼາຍປີທີ່ຜ່ານມາເພື່ອຊ່ວຍໃຫ້ໂລກຮັບຮູ້ກ່ຽວກັບ ສະພາບການຫວຽດນາມ, ຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ, ຄວາມມານະພະຍາຍາມ, ຄຳໝັ້ນສັນຍາຂອງ ຫວຽດນາມໃນວຽກງານລວມຂອງ ພາກພື້ນ ແລະ ໂລກໃຫ້ຫຼາຍກ່ວາອີກ. ໃນປີ 2020, ທ່ານຫງວຽນກ໊ວກຢຸງ ມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ກະຊວງການຕ່າງປະເທດຫວຽດນາມຈະສືບຕໍ່ໄດ້ຮັບການຮ່ວມເດີນທາງຈາກ ຖັນແຖວນັກຂ່າວ, ຜູ້ຊ່ວຍວຽກທູດສື່ມວນຊົນຕ່າງປະເທດ ເພື່ອສົ່ງ ບັນດາຮູບພາບ, ຂໍ້ມູນຂ່າວສານກ່ຽວກັບ ຫວຽດນາມໄປຍັງເພື່ອນມິດ ສາກົນ ຢ່າງແຮງ, ແທດຈິງ ແລະ ຊີວິດຊີວາກ່ວາອີກ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top