• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນ​ຟຸ​ຈ້ອງ ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ Mark Rutte ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ

ທ່ານ Mark Rutte ຍັງຢັ້ງຢືນເຖິງຄວາມດູດດຶມຂອງຕະຫຼາດ ຫວຽດນາມ ເວົ້າສະເພາະ ແລະ ອາຊຽນເວົ້າລວມສຳລັບບັນດາວິສາຫະກິດ ແລະ ຄູ່ຮ່ວມມືໂຮນລັງ.

ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Mark Rutte  ນາຍົກລັດຖະມົນຕີ ໂຮນລັງ

ຕອນບ່າຍວັນທີ 9 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມໄດ້ໃຫ້ການຕ້ອນຮັບ ທ່ານ Mark Rutte  ນາຍົກລັດຖະມົນຕີ ໂຮນລັງ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານ Mark Rutte ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງໂຮນລັງໃນພາກພື້ນ. ທ່ານ Mark Rutte ຍັງຢັ້ງຢືນເຖິງຄວາມດູດດຶມຂອງຕະຫຼາດ ຫວຽດນາມ ເວົ້າສະເພາະ ແລະ ອາຊຽນເວົ້າລວມສຳລັບບັນດາວິສາຫະກິດ ແລະ ຄູ່ຮ່ວມມືໂຮນລັງ, ແລະ ສະແດງຄວາມເຊື່ອໝັ້ນກ່ຽວກັບ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງແຮງລະຫວ່າງສອງປະເທດໃນອະນາຄົດ.

        ສ່ວນທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງເລື່ອງ ໂຮນລັງ ສືບຕໍ່ແມ່ນນັກລົງທຶນເອີລົບອັນດັບທີ 1 ຢູ່ ຫວຽດນາມ ແລະ ກາຍເປັນຄູ່ຮ່ວມມືການຄ້າເອີລົບໃຫຍ່ທີ່ສອງ, ແມ່ນຕະຫຼາດການສົ່ງອອກລາຍໃຫຍ່ຂອງ ຫວຽດນາມ; ຊົມເຊີຍສອງປະເທດໄດ້ເຫັນດີສ້າງການພົວພັນຄູ່ຮ່ວມມືຮອບດ້ານເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ດີກ່ວາອີກ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງສອງປະເທດ, ໂດຍສະເພາະແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື ພະລັງງານທີ່ຜະລິດຄືນໃຫມ່, ກະສິກຳທີ່ມີຄຸນນະພາບສູງ, ອຸດສາຫະກຳດ້ານອາຫານ, ທ່າກຳປັ່ນ, ຕົວເມືອງອັດສະລິຍະ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມໄດ້ສະເໜີໃຫ້ ໂຮນລັງ ຕັ້ງໜ້າໃນການຊຸກຍູ້ EU ປະຕິບັດການສຳຫຼວດນິຕິບັນຍັດ ແລະ ບັນດາລະບຽບການໃຫ້ສຳເລັດກວດກາເພື່ອມຸ່ງໄປສູ່ການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EU  ແລະ ສັນຍາອາລັກຂາການລົງທຶນ (IPA) ໂດຍໄວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top