• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ຄວນ​ສ້າງ​ຈິດ​ໃຈໃໝ່, ​ຕັດ​ສິນ​ໃຈ​ໃໝ່​ໃນ​ການ​ຕໍ່ສູ້​ຕ້ານການ​ສໍ້​ລາດ​ບັງຫຼວງ ແລະ ປະ​ກົດ​ການ​ຫຍໍ້​ທໍ້

ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ຄະນະປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ (ຄະນະຊີ້ນຳ) ໄດ້ຈັດຕັ້ງກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ 

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ ໄດ້ຮຽກຮ້ອງໃຫ້ອົງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ຈົ່ງຜັນຂະຫຍາຍປະຕິບັດໜ້າທີ່ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ, ຕ້ອງສ້າງຈິດໃຈໃໝ່, ມີການຕັດສິນໃຈໃໝ່ໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້; ເດັດດ່ຽວປ້ອງກັນ, ສະກັດກັ້ນ, ກວດພົບ, ປັບໄໝລົງໂທດກໍລະນີສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ ໃຫ້ເຂັ້ມງວດເຊິ່ງຈຸດສຸມແມ່ນການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດໃນໝູ່ພະນັກງານລັດຖະກອນ, ສະມາຊິກພັກ.

        ບົນເນື້ອໃນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ຍູ້ແຮງວຽກງານການສືບສວນ, ສັ່ງຟ້ອງ, ພິພາກສາກໍລະນີທີ່ຢູ່ໃນການຕິດຕາມ, ຊີ້ນຳຂອງຄະນະ, ສູ້ຊົນປະຕິບັດໜ້າທີ່ປີ 2021 ໃຫ້ສຳເລັດຖືກຕາມແຜນການຂອງຄະນະຊີ້ນຳ; ຮີບເຮັ່ງນຳເອົາຄະດີຈຸດສຸມມາພິພາກສາຂັ້ນຕົ້ນ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top