• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີ່ງ​ຢູງ ໃຫ້​ການ​ຕ້ອນ​ຮັບ​ທ່ານຮອງປະ​ທານ​ກຸ່ມ​ບໍ​ລິ​ສັດ Compal ໄຕ້​ຫວັນ

ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮັບຟັງ, ແບ່ງປັນຄວາມຄິດເຫັນເພື່ອໜູນຊ່ວຍ ແລະ ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ Compal, ອຸ່ນອ່ຽນໃຈເປີດກ້ວາງການລົງທຶນເຂົ້າໃນການຜະລິດ ແລະ ດຳເນີນທຸລະກິດ.

ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີ່ງຢູງ ແລະ ທ່ານ Ray Chen ຮອງປະທານກຸ່ມບໍລິສັດ  Compal (ໄຕ້ຫວັນ, ຈີນ) (ພາບ: VGP)

ວັນທີ 10 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີ່ງຢູງ ໄດ້ໃຫ້ການຕ້ອນຮັບທ່ານ Ray Chen, ຮອງປະທານກຸ່ມບໍລິສັດ  Compal (ໄຕ້ຫວັນ, ຈີນ).

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູງ ໄດ້ຮັບຮູ້, ຕີລາຄາສູງບັນດາການເຄື່ອນໄຫວລົງທຶນຂອງ Compal ຢູ່ ຫວຽດນາມ ໃນໄລຍະທີ່ຜ່ານມາກໍ່ຄືມີແນວຄິດຢາກເປີດກ້ວາງການລົງທຶນໃນໄລຍະຈະມາເຖິງ. ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ພວມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດໃຫ້ຫຼາຍກ່ວາເກົ່າ, ຍົກສູງກຳລັງຄວາມສາມາດການແກ່ງແຍ່ງເພື່ອໃຫ້ ຫວຽດນາມສືບຕໍ່ແມ່ນຈຸດນັດພົບຂອງການລົງທຶນທີ່ມີຄວາມດູດດື່ມໃຫ້ແກ່ປະຊາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ.

        ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮັບຟັງ, ແບ່ງປັນຄວາມຄິດເຫັນເພື່ອໜູນຊ່ວຍ ແລະ ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ Compal, ອຸ່ນອ່ຽນໃຈເປີດກ້ວາງການລົງທຶນເຂົ້າໃນການຜະລິດ ແລະ ດຳເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ວິສາຫະກິດເຮັດວຽກຢ່າງລະອຽດກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອແກ້ໄຂບັນດາບັນຫາໃຫ້ລະອຽດ, ລາຍງານບັນດາເນື້ອໃນທີ່ເກີນສິດອຳນາດຂອງຕົນໄດ້ຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top