• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ການ​ນຳ​ຂັ້ນ​ສູງ ອາ​ຊຽນ - ລັດ​ເຊຍ

ຕອນບ່າຍວັນທີ 28 ມິຖຸນາ, ຄະນະຜູ້ແທນຂັ້ນສູງຄວາມໝັ່ນຄົງ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືການນຳຂັ້ນສູງ ອາຊຽນ - ລັດເຊຍ ຄັ້ງທຳອິດ ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍ.
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຜ່ານທາງອອນລານ (ພາບ: cand.com.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບັນດາປະເທດ, ພາກພື້ນ ຄວນເພີ່ມທະວີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຊ່ອງທາງເຈລະຈາຢ່າງມີປະສິດທິຜົນ ເພື່ອແລກປ່ຽນທັດສະນະ, ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການຂັດແຍ້ງໂດຍສັນຕິວິທີຢ່າງທັນການ ເພື່ອຊຸກຍູ້ການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.  ຫວຽດນາມ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນຂອບເຂດເວທີປາໄສ ພາກພື້ນ ອາຊຽນ (ARF) ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ພັດທະນາຢ່າງແທດຈິງ, ຮອບດ້ານ; ຍູ້ແຮງການຮ່ວມມືກ່ຽວກັບບັນດາບັນຫາຄວາມໝັ້ນຄົງແບບເກົ່າ ແລະ ບັນດາສິ່ງທ້າທາຍຂອງຄວາມໝັ້ນຄົງແບບໃໝ່; ເປີດກວ້າງການແບ່ງປັນຂໍ້ມູນທາງດ້ານວິຊາການລະຫວ່າງບັນດາອົງການປະຕິບັດກົດໝາຍຂອງສອງຝ່າຍ ແລະ ສ້າງກົນໄກປະສານງານ ການພົວພັນລະຫວ່າງ ອາຊຽນ - ລັດເຊຍ ໃນຂັ້ນກະຊວງ ໃນການຕໍ່ສູ້ກັບການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ.

        ດ້ວຍຖານະເປັນປະທານໝູນວຽນ ອາຊຽນ ປີ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະປະກອບສ່ວນຊຸກຍູ້ບັນດາວິວັດການເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ໂດຍ ອາຊຽນ ເປັນປະທານ, ຍາມໃດກໍພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ, ບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ. ຫວຽດນາມ ເຊື່ອໝັ້ນວ່າ ບັນດາປະເທດ ອາຊຽນ ແລະ ລັດເຊຍ ຈະຢຶດໝັ້ນຕໍ່ນະໂຍບາຍຮັບປະກັນສັນຕິພາບ, ສະຖຽນລະພາບໃນພາກພື້ນເປັນສະເໝີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top