• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຟ້າມ​ມີງ​ຈິງ: ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ, ຖື​ຫ​ນ້າ​ທີ່​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເຫ​ນືອກວ່າ​ສິ່ງ​ໃດ​ໝົດ

ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ ຂະແຫນງສາທາລະນະສຸກ ແລະ ທຸກຂັ້ນ ທຸກຂະແຫນງການກ່ຽວຂ້ອງສືບຕໍ່ເພີ່ມທະວີການກວດກາ, ຕິດຕາມກວດກາ, ສ້າງລະບອບລະບຽບການ, ກົນໄກນະໂຍບາຍກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: qdnd)

ທີ່ການເຮັດວຽກກັບການນຳກະຊວງສາທາລະນະສຸກໃນວັນທີ 15 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ເນັ້ນຫນັກວ່າ: ຫວຽດນາມ ຕັດສິນໃຈປ້ອງກັນ ສະກັດກັ້ນ ຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ, ຖືຫນ້າທີ່ຮັກສາສຸຂະພາບຂອງປະຊາຊົນແມ່ນເຫນືອກວ່າສິ່ງໃດໝົດ. ກ່ອນອື່ນ ແມ່ນຮັກສາຄວາມປອດໄພການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນທຸກຂັ້ນໃຫ້ປະສົບຜົນສຳເລັດ, ສູ້ຊົນບັນລຸເປົ້າໝາຍຄວບຄູ່ ທັງປ້ອງກັນ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ ທັງພັດທະນາເສດຖະກິດ ສັງຄົມ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ ຂະແຫນງສາທາລະນະສຸກ ແລະ ທຸກຂັ້ນ ທຸກຂະແຫນງການກ່ຽວຂ້ອງສືບຕໍ່ເພີ່ມທະວີການກວດກາ, ຕິດຕາມກວດກາ, ສ້າງລະບອບລະບຽບການ, ກົນໄກນະໂຍບາຍກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19. ປ່ຽນໃຫມ່ ວຽກງານໂຄສະນນາກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດ 19, ລະດົມພູມປັນຍາ, ແຫລ່ງກຳລັງສັງລວມໃນການປ້ອງກັນ ສະກັດກັ້ນໂລກລະບາດ. 
(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top