• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຊີ້​ນຳ​ຕ້ອງ​ກະ​ກຽມ​ດີ​ທີ່​ສຸດ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນ 37

ຕອນບ່າຍວັນທີ 5 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງບັນດາ ກະຊວງ, ຂະແໜງການ, ອົງການ ລາຍງານສະພາບການກະກຽມ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ເຊິ່ງ ຄາດວ່າຈະດຳເນີນຫຼັງຈາກນີ້ 1 ອາທິດ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ກອງປະຊຸມຄັ້ງນີ້ຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍ ໃນລະຫວ່າງວັນທີ 12 – 15 ພະຈິກ ຢູ່ຮ່າໂນ້ຍ.ພາຍຫຼັງຮັບຟັງຄຳຄິດເຫັນຂອງກະຊວງ, ຂະແໜງການ, ອົງການ, ໃນການສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ, ເຖິງວ່າກອງປະຊຸມສຸດຍອດຄັ້ງນີ້ ໄດ້ຈັດຕັ້ງຕາມຮູບການທາງອອນລາຍກໍ່ຕາມ ແຕ່ຫວຽດນາມ ຕ້ອງເຮັດລ້ອມບົດບາດຄວາມຮັບຜິດຊອບ ຂອງປີປະທານອາຊຽນ, ຈັດຕັ້ງກອງປະຊຸມຢ່າງສົມກຽດ, ມີຄວາມສາມັກຄີ ແລະ ປະຢັດ. ທ່ານກໍ່ຮຽກຮ້ອງໃຫ້ບັນດາກະຊວງທີ່ກ່ຽວຂ້ອງ, ບັນດາຫົວໜ້າ SOM ຕ້ອງປຶກສາຫາລືກ່ອນ, ຍົກໃຫ້ເຫັນຢ່າງຈະແຈ້ງເນື້ອໃນຈິດໃຈຫຼັກການຂອງ ອາຊຽນແມ່ນເຫັນດີເຫັນພ້ອມ, ເປັນເຈົ້າການໃນທຸກກໍລະນີ. ຕ້ອງສະແດງໃຫ້ເຫັນ ທ່ວງທ່າຂອງປະເທດເຈົ້າພາບຈັດຕັ້ງ ອາຊຽນໃຫ້ດີທີ່ສຸດ, ມີການສະຫຼຸບ, ຕີລາຄາພາຍຫຼັງກອງປະຊຸມ ໃນຂະນະທີ່ 10 ປີເທື່ອໜຶ່ງ, ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດອາຊຽນ.

ສຳລັບກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ, ທ່ານນາຍົກລັດຖະມົນຕີໄດ້ຕັກເຕືອນວ່າ ຕ້ອງດຶງດູດ, ຮຽກຮ້ອງການຮ່ວມມືດຳເນີນທຸລະກິດຂອງວິສາຫະກິດ, ກະກຽມເນື້ອໃນໃຫ້ເປັນຢ່າງດີທີ່ສຸດ, ປຶກສາຫາລືຢ່າງລະອຽດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top