• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວັນ​ຟຸກ​ສົ່ງ​ຈົດ​ໝາຍ​ລະ​ດົ​ມ​ກຳ​ລັງ​ໃຈ​​ບັນ​ດາ​ແພດ​ໝໍ, ພະ​ນັກ​ງານ, ພາ​ລະ​ກອນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ

ວັນທີ 25 ມີນາ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ສົ່ງຈົດໝາຍລະດົມກຳລັງໃຈບັນດາແພດໝໍ, ພະນັກງານ, ພາລະກອນຂະແໜງສາທາລະນະສຸກ.


ທ່ານນາຍົກລັດລັດຖະມົນຕີກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ, ທົ່ວປະເທດສືບຕໍ່ລະດົມກຳລັງໃຈ, ແບ່ງປັນ, ຮ່ວມແຮງຮ່ວມໃຈສະໜັບສະໜູນບັນດານັກຮົບເສື້ອຂາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19 

(ພາບ: TTXVN)


ໃນຈົດໝາຍໄດ້ຊີ້ແຈ້ງວ່າ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມບັນລຸໄດ້ບັນດາໝາກຜົນສຳຄັນ, ສະກັດກັ້ນການແຜ່ລາມເຂົ້າປະເທດຈາກພາຍນອກແລະພວມປະຕິບັດການຄວບຄຸມການແຜ່ລະບາດຢູ່ໃນວົງຄະນະຍາດໄດ້ເປັນຢ່າງດີ.

ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ແລະອາດຈະແກ່ຍາວ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ທ່ານໝໍ, ພະນັກງານ, ພາລະກອນທາງການແພດທຸກໆຄົນໃນທົ່ວປະເທດຕ້ອງມີຄວາມຕັດສິນໃຈຢ່າງສູງກ່ວາອີກ, ມີຄວາມຮັບຜິດຊອບກ່ວາອີກພ້ອມກັບບັນດາກຳລັງແລະປະຊາຊົນຄວບຄຸມໂລກລະບາດຢູ່ພາຍໃນປະເທດໃຫ້ໄດ້ໂດຍໄວ. ທ່ານນາຍົກລັດລັດຖະມົນຕີກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ, ທົ່ວປະເທດສືບຕໍ່ລະດົມກຳລັງໃຈ, ແບ່ງປັນ, ຮ່ວມແຮງຮ່ວມໃຈສະໜັບສະໜູນບັນດານັກຮົບເສື້ອຂາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.

Top