• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ຫງ​ວ​ຽ​ນ​ຊວັນ​ຟຸ​ກ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ເຊື້ອ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກສາຍ​ພັນ​ໃໝ່

ຕອນບ່າຍວັນທີ 30 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ, ຕີລາຄາວຽກງານການຈັດຕັ້ງບຸນເຕັດປະຈຳຊາດໃຫ້ແກ່ປະຊາຊົນ ແລະ ພິເສດ, ເນື້ອໃນສຳຄັນແມ່ນໄດ້ປຶກສາຫາລືບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຢ່າງແຮງ.

ກ່າວຄຳເຫັນທີ່ກອງປະຊຸມ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ລັດຖະບານໄດ້ອັບເດັດສະພາບການຢ່າງລຽນຕິດ ແລະ ຈັດຕັ້ງກອງປະຊຸມ, ປະກາດໃຊ້ບັນດາການຊີ້ນຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ເປັນປະຈຳ ເພື່ອຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງເພື່ອປ້ອງກັນ ແລະ ຕ້ານເຊື້ອພະຍາດດັ່ງກ່າວດ້ວຍມາດຖະການຢ່າງແຮງ. ທ່ານກ່າວວ່າ:

   ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດ ແລະ ຄວບຄຸມສະພາບການຂອງເຊື້ອພະຍາດໃນເບື້ອງຕົ້ນໄດ້ເປັນຢ່າງດີ, ສືບຕໍ່ປຸກລະດົມບັນດາກຳລັງປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງຄົບຊຸດ ແລະ ມີປະສິດທິຜົນ. ພວກເຮົາພວມຄວບຄຸມສະພາບການ, ຍົກອອກແຜນນະໂຍບາຍໄດ້ໄວທີ່ສຸດ ແຕ່ໄພອັນຕະລາຍກໍ່ໃຫ່ຍຫຼວງທີ່ສຸດ ເມື່ອພວກເຮົາມີຊາຍແດນຕິດກັບຈີນ ແລະ ມີການເຄື່ອນໄຫວແລກປ່ຽນການຄ້າ, ການທ່ອງທ່ຽວກັບຈີນ.

     ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາບໍລິສັດທ່ອງທ່ຽວ ປະຕິບັດການຊີ້ນຳຢ່າງເຂັ້ມງວດ, ບໍ່ຮັບເອົາແຂກທ່ອງທ່ຽວມາຈາກເຂດທີ່ມີເຊື້ອພະຍາດ ແລະ ກົງກັນຂ້າມ. ທ່ານຍັງຮຽກຮ້ອງໃຫ້ບັນດາອົງການສື່ມວນຊົນ ຍູ້ແຮງການໂຄສະນາກ່ຽວກັບເຊື້ອພະຍາດດັ່ງກ່າວ, ລວມທັງຂໍ້ມູນຂ່າວສານ ແລະ ມາດຕະການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ເພື່ອໃຫ້ປະຊາຊົນເປັນເຈົ້າການ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top