• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຊີ້​ນໍາ​ວຽກງານ​​ແກ້​ໄຂ​ຜົນຮ້າຍ​ຢ້ອນຫຼັງຈາກ​​ເຫດ​​ແຜ່​ນດິນ​ໄຫວ ຢູ່ ​ເມື່ອ​ງ​ແຕ່, ​ລາຍ​ເຈົາ

ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວັນຟຸກ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງອໍານາດການປົກຄອງ ແລະ ບັນດາຄອບຄົວປະຊາຊົນທີ່ຖືກຜົນທະທ້ອນ,ໂດຍສະເພາະແມ່ນບັນດາຄອບຄົວທ່ີ່ມີເດັກນ້ອຍຖືກບາດເຈັບ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ຄະນະກໍາມະການປະຊາຊົນແຂວງ ລາຍເຈົາ ຈົ່ງໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ໜູນຊ່ວຍບັນດາຄອບຄົວທີ່ຖືກຜົນເສຍຫາຍ ແລະ ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວດັ່ງກ່າວ (ພາບ: VOV)

ຝົນຕົກໜັກໃນຊຸມວັນຜ່ານມາ ແລະ ເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງ ເມື່ອງແຕ່ ໃນວັນທີ 16 ມິຖຸນາ, ໄດ້ເຮັດໃຫ້ນັກຮຽນອະນຸບານ 4 ຄົນຖືກຮັບບາດເຈັບ ກໍຄືກໍ່ຜົນເສຍຫາຍທາງດ້ານຊັບສິນຂອງລັດ ແລະ ປະຊາຊົນ, ລວມມູນຄ່າເສຍຫາຍແມ່ນກວ່າ 3 ຕື້ດົ່ງ. ກ່ຽວກັບຂົງເຂດກະສິກໍາ, ໃນທົ່ວແຂວງລາຍເຈົາມີເນື້ອທີ່ນາ 1,8 ເຮັກຕາ ແລະ ຕົ້ນໄມ້ກິນໝາກກວ່າ 300 ໂຕ້ນ ຖືກເສຍຫາຍ.

        ວັນທີ 17 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວັນຟຸກ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງອໍານາດການປົກຄອງ ແລະ ບັນດາຄອບຄົວປະຊາຊົນທີ່ຖືກຜົນທະສ້ອນ,ໂດຍສະເພາະແມ່ນບັນດາຄອບຄົວທ່ີ່ມີເດັກນ້ອຍຖືກບາດເຈັບ. ກ່ຽວກັບວຽກງານໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ຄະນະກໍາມະການປະຊາຊົນແຂວງ ລາຍເຈົາ ຈົ່ງໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ໜູນຊ່ວຍບັນດາຄອບຄົວທີ່ຖືກຜົນເສຍຫາຍ ແລະ ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວດັ່ງກ່າວ; ແນະນໍາກ່ຽວກັບທັກສະຮັບມືຢ່າງທັນການ, ສ້າງຄວາມອຸ່ນອຽນໃຈໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ທາງແຂວງຕ້ອງກວດກາບັນດາກິດຈະກໍາພື້ນຖານໂຄງລ່າງທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ, ຄົ້ນພົບ ແລະ ແກ້ໄຂເຫດຕິດຂັດເປເພຢ່າງທັນການ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກິດຈະກໍາເຫຼົ່ານັ້ນ. 

(ແຫຼ່ງຄັດຈາກ VOV)



ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top