• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ: ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຂ້ຽວຂາດ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ

ກອງທຶນເງິນຕາສາກົນ ໄດ້ຢັ້ງຢືນວ່າ, ປີນີ້, ເສດຖະກິດໂລກເຕີບໂຕດ້ວຍລະດັບລົບ 3%.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມນັດສາມັດເດືອນເມສາ ຂອງລັດຖະບານ (ພາບ:VGP)

 ຕອນເຊົ້າວັນທີ 5 ພຶດສະພາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມນັດສາມັດເດືອນເມສາ ຂອງລັດຖະບານ ແລະ 4 ເດືອນຕົ້ນປີ 2020. ກ່ຽວກັບສະພາບການເສດຖະກິດສັງຄົມໃນເດືອນ ເມສາ ແລະ 4 ເດືອນຜ່ານມາ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ກອງທຶນເງິນຕາສາກົນ ໄດ້ຢັ້ງຢືນວ່າ, ປີນີ້, ເສດຖະກິດໂລກເຕີບໂຕດ້ວຍລະດັບລົບ 3%. ໃນສະພາບການດັ່ງກ່າວ, ຫວຽດນາມ ປະຕິບັດເປົ້າໝາຍຄວບຄູ່, ນັ້ນແມ່ນ ຮັກສາສຸຂະພາບຂອງປະຊາຊົນໃນໄລຍະສັ້ນ ແມ່ນໜ້າທີ່ແຖວໜ້າ ແລະ ພ້ອມທັງສືບຕໍ່ຕ້ອງຊຸກຍູ້ການພັດທະນາເສດຖະກິດ. ລັດຖະບານ ໄດ້ປະກາດໃຊ້ຄໍາສັ່ງ, ມະຕິສະບັບຕ່າງໆຢ່າງທັນການ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຜະລິດດໍາເນີນທຸລະກິດ, ເລື່ອນກໍານົດວັນເວລາການເສຍພາສີ... ເພາະສະນັ້ນ, ພື້ນຖານເສດຖະກິດ ຈຶ່ງບໍ່ຖືກຂາດວັກຂາດຕອນ ແລະ ຍັງຄົງບັນລຸລະດັບເຕີບໂຕ 3,82% ເມື່ອທຽບໃສ່ໄລຍະດຽວກັນ.

        ເນື້ອໃນຈິດໃຈຕ້ອງຟື້ນຟູ ແລະ ພັດທະນາບັນດາການເຄື່ອນໄຫວເສດຖະກິດສັງຄົມ ແມ່ນຄໍາຮຽກຮ້ອງອັນຮີບດ່ວນຂອງພື້ນຖານເສດຖະກິດ, ຂອງວົງຄະນະຍາດ ແລະ ຂອງປະຊາຊົນໃນທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຖືວ່າ ຕ້ອງສຸມໃສ່ບຸລິມະສິດເລີ່ມເຄື່ອນໄຫວພື້ນຖານເສດຖະກິດຄືນໃໝ່, ຊຸກຍູ້ການພັດທະນາເພື່ອຮັກສາທ່ວງທ່າພັດທະນາທີ່ຈໍາເປັນຂອງປະເທດຊາດ.

“ພວກເຮົາສືບຕໍ່ປະຕິບັດແຜນນະໂຍບາຍເຊິ່ງພວກເຮົາໄດ້ຍົກອອກມາ ນັ້ນແມ່ນຕ້ອງບັນລຸໄດ້ເປົ້າໝາຍຄວບຄູ່, ທັງປ້ອງກັນ ຕ້ານໂລກລະບາດບັນລຸຜົນສຳເລັດ, ທັງພັດທະນາເສດຖະກິດສັງຄົມ. IMF ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ຈະບັນລຸການເຕີບໂຕສູງທີ່ສຸດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ໃນປີ 2020 ແລະ ບັນລຸປະມານ 2,7%. ພວກເຮົາຕ້ອງບັນລຸໃຫ້ໄດ້ລະດັບສູງກວ່ານີ້, ຍ້ອນທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດໄດ້ເລີ່ມເຄື່ອນໄຫວ ດ້ວຍຫຼາຍມາດຕະການຂຽວຂາດກວ່າ. ນັ້ນແມ່ນພື້ນຖານສຳຄັນເພື່ອບັນລຸການເຕີບໂຕ.”

        ທີ່ກອງປະຊຸມນີ້, ລັດຖະບານໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມໃນເດືອນ ເມສາ ແລະ 4 ເດືອນຕົ້ນປີ 2020; ສະພາບການຕ້ານໂລກລະບາດໂຄວິດ-19; ກຳນົດການຈັດແບ່ງການແຜນລາຍຈ່າຍງົບປະມານຂອງລັດປີ 2021…

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top