• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໊ອງ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນໃຫ້​ແກ່ ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ ເທື່ອ​ທຽນ - ເຫ້ວ

ຕອນບ່າຍວັນທີ 22 ຕຸລາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ, ແບ່ງປັນບັນດາຄວາມເສຍຫາຍຂອງປະຊາຊົນທີ່ໄດ້ຮັບຜົນເສຍຫາຍໃນບັ້ນຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດ ຢູ່ເມືອງ ຟອງດ່ຽນ ແລະ ກ໋ວາງດ່ຽນ, ແຂວງເທື່ອທຽນ - ເຫ້ວ.

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ ປະຊາຊົນເຂດນ້ຳຖ້ວມ ເທື່ອທຽນ - ເຫ້ວ

ໂດຍຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງທຸກຂັ້ນ ແລະ ບັນດາກຳລັງປະກອບອາວຸດຂອງ ແຂວງເທື່ອທຽນ - ເຫ້ວ ໃນການເປັນເຈົ້າການແກ້ໄຂທຸກໆຄວາມຫຍຸ້ງຍາກ, ຮີບດ່ວນໜູນຊ່ວຍປະຊາຊົນຢູ່ເຂດນ້ຳຖ້ວມໄດ້ຢ່າງທັນການ, ທ່ານນາງ ຕ່ອງທິຟ໊ອງ ໄດ້ສະເໜີໃຫ້ ບັນດາທ້ອງຖິ່ນໃນແຂວງ ຈົ່ງສືບຕໍ່ຜັນຂະຍາຍການລະດົມບັນດາກຳລັງໜູນຊ່ວຍປະຊາຊົນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມໂດຍໄວ, ໜູນຊ່ວຍສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັມໃຫ້ແກ່ພໍ່ແມ່ປະຊາຊົນ.

ໂດຍແບ່ງປັນຕໍ່ຄວາມຫຍຸ້ງຍາກ, ຜົນເສຍຫາຍຂອງພໍ່ແມ່ປະຊາຊົນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ມອບເງິນຈຳນວນ 400 ລ້ານດົ່ງ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຖືກນ້ຳຖ້ວມຂອງ 2 ເມືອງ ກ໋ວາງດ່ຽນ ແລະ ຟອງດ່ຽນ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ໂດຍໄດ້ຮັບຂ່າວວ່າ ບາງແຂວງທາງພາກກາງ ຫວຽດນາມ ເກີດໄພນ້ຳຖ້ວມຢ່າງຮ້າຍແຮງ, ກໍ່ຜົນເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນ, ໃນວັນທີ 22 ຕຸລາ 2020, ທ່ານ ຫຼີເຄີສຽງ ນາຍົກລັດຖະມົນຕີຈີນ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວມາຍັງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

        ແລະກໍ່ໃນວັນດຽວກັນ, ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ທ່ານ Vivian Balakrishman ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ ກໍ່ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ມາຍັງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top