• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ດັ້ງ​ທິງ​ອັກ​ທິ້ງ: ຜ່ານ​ໂລກລະບາດ​ໂຄ​ວິດ - 19, ຄວາມ​ເຊື່ອໝັ້ນທີ່​ມີ​ຕໍ່​ຂະ​​ແໜງສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຍົກ​ສູງ​ຂຶ້ນ

ຜ່ານໂລກລະບາດໂຄວິດ - 19, ບໍ່ພຽງແຕ່ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະລັດ ໄດ້ຍົກສູງຂຶ້ນເທ່ົານັ້ນຫາກຄວາມເຊື່ອໝັ້ນ, ຄວາມເຄົາລົບນັບຖືຂອງປະຊາຊົນ ແລະປະຊາຄົມສາກົນທີ່ມີຕໍ່ຂະແໜງສາທາລະນະສຸກຫວຽດນາມ ກໍໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ”. 

ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ປະດັບຫຼຽນໄຊແຮງງານຊັ້ນສາມ ໃຫ້ແກ່ໂຮງໝໍພະຍາດເຂດຮ້ອນສູນກາງ (ພາບ: TTXVN)

ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງຮອງປະທານປະເທດຫວຽດນາມດັ້ງທິງອັກທິ້ງ ໃນການໄປຢ້ຽມຢາມ, ລະດົມກໍາລັງໃຈຂະແໜງສາທາລະນະສຸກ ແລະ ຊົມເຊີຍຫົວໜ່ວຍດີເດັ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຕອນເຊົ້າວັນທີ 24 ເມສາຢູ່ຮ່າໂນ້ຍ.

ກະກຽມກ້າວເຂົ້າສູ່ການປ້ອງກັນ ແລະສະກັດກັ້ນໂລກລະບາດໃນໄລຍະຈະມາເຖິງ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ເຊື່ອໝັ້ນວ່າຂະແໜງສາທາລະນະສຸກຈະສືບຕໍ່ຕັ້ງໜ້າປິ່ນປົວໃຫ້ບັນດາກໍລະນີຕິດເຊື້ອພະຍາດທີ່ຍັງເຫຼືອ; ຕິດຕາມບັນດາກໍລະນີພວມ ແລະກໍາລັງຈະແຍກຕົວໃນໄລຍະຈະມາເຖິງ ເມື່ອຫວຽດນາມຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ນັກສຶກສາກັບມາປະເທດ; ບັນດານັກຊ່ຽວຊານຂອງບັນດາປະເທດຕ່າງໆທີ່ມາເຮັດວຽກຢູ່ຫວຽດນາມ... ບົນເນື້ອໃນຈິດໃຈບໍ່ປະໝາດ, ບໍ່ດີໃຈໄວເກີນໄປ, ທ່ານນາງດັ້ງທິງອັກທິ້ງ ເຊື່ອໝັ້ນວ່າຫວຽດນາມຈະບໍ່ມີກໍລະນີເສຍຊີວິດ; ບໍ່ມີກໍລະນີຕິດແປດໃສ່ກັນໃນໝູ່ພະນັກງານຂະແໜງສາທາລະນະສຸກ.

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ໄດ້ປະດັບຫຼຽນໄຊແຮງງານຊັ້ນສາມ ໃຫ້ແກ່ໂຮງໝໍພະຍາດເຂດຮ້ອນສູນກາງ.

 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top