• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມມອບຫລຽນກາ 70 ປີເປັນສະມາຊິກພັກໃຫ້ແກ່ທ່ານເລຂາຟຽວ ອະດິດເລຂາທິການໃຫຍ່

ຕອນເຊົ້າວັນທີ 25 ສິງຫາ ຢູ່ຮ່າໂນ້ຍ ອົງຄະນະພັກຫ້ອງການກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບຫລຽນກາ 70 ປີເປັນສະມາຊິກພັກໃຫ້ແກ່ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ອະດີດຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເລຂາຄະນະພັກການທະຫານສູນກາງ ໄດ້ເຂົ້າຮ່ວມ ແລະ ມອບຫລຽນກາ ໃຫ້ແກ່ທ່ານເລຂາຟຽວ.

ຕາງຫນ້າໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກວ່າ: ທ່ານເລຂາຟຽວ ແມ່ນພະນັກງານ ໄດ້ດຳລົງຫລາຍຕຳແຫນ່ງທີ່ແຕກຕ່າງກັນ, ໄດ້ຮັບການຝຶກຝົນຫລໍ່ຫລອມ, ເຕີບໃຫຍ່ໃນບັນດາການຕໍ່ສູ້ປົດປ່ອຍຊາດ ແລະ  ປະຕິບັດພັນທະສາກົນອັນສູງສົ່ງ ກໍ່ຄືໃນກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເຖິງແມ່ນວ່າ ໃນຖານະຕຳແຫນ່ງໃດກໍຕາມ ທ່ານ ເລຂາຟຽວ ຍາມໃດກໍ່ຈົ່ງຮັກພັກດີຕໍ່ກັບພັກ, ຕໍ່ກັບປະເທດຊາດ ແລະ ປະຊາຊົນ, ຢືດໝັ້ນຈຸດໝາຍ, ອຸດົມຄະຕີຂອງພັກ, ເປັນແບບຢ່າງໃນການຮັກສາຄຸນນະທາດການປະຕິວັດຂອງຜູ້ເປັນສະມາຊິກພັກ, ສຳເລັດທຸກຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍເປັນຢ່າງດີ.

ກ່າວຄຳເຫັນນະພິທີ ທ່ານ ເລຂາຟຽວ ສະແດງຄວາມຕື້ນຕັນໃຈ ແລະຄວາມເປັນກຽດ, ຄວາມເອກອ້າງທະນົງໃຈເມື່ອໄດ້ຮັບຫລຽນກາ ແລະ ໝັ້ນໝາຍສືບຕໍ່ອຸທິດສ່ວນຫລາຍກວ່າອີກໃຫ້ແກ່ພາລະກິດປະຕິວັດຂອງພັກ, ປະເທດຊາດ.

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top