• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ກົມການເມືອງສູນກາງພັກ

     ວັນທີ 15 ພຶດສະພາ 2019, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ ກົມການເມືອງສູນກາງພັກ ເພື່ອປະກອບຄໍາເຫັນ ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສູນກາງພັກຄັ້ງທີ 10 ຊຸດທີ 12; ກອງປະຊຸມສະໄໝສາມັນຄັ້ງທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ແລະ ບາງບັນຫາສໍາຄັນອື່ນໆ.
   
  ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: TTXVN)
      ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກອງປະຊຸມສະພາແຫ່ງຊາດຈະມາເຖິງ ແມ່ນສໍາຄັນທີ່ສຸດ, ຄາດວ່າສະພາແຫ່ງຊາດຈະຮັບຮອງເອົາ ແລະ ໃຫ້ຄໍາເຫັນປະກອບກ່ຽວກັບຮ່າງກົດໝາຍຫຼາຍສະບັບ ແລະ ມະຕິບາງສະບັບ. ບັນດາວຽກງານທັງໝົດນັ້ນ ນອນໃນລາຍການ, ແຜນການ ເຊິ່ງບັນດາກໍາມະການກົມການເມືອງ, ຄະນະເລຂາສູນກາງທີ່ຮັບຜິດຊອບໃນຂົງເຂດນັ້ນ ຕ້ອງຊີ້ນໍາປະຕິບັດໃຫ້ເປັນຢ່າງດີ, ຮີບດ່ວນ, ຂາດຕົວ, ບໍ່ປະໃຫ້ແກ່ຍາວ, ຖ້າຫາກວ່າຍັງມີສິ່ງຄ້າງຄ້າ ຕ້ອງນໍາມາປຶກສາຫາລື, ຊອກຫາວິທີແກ້ໄຂຢ່າງທັນການ.
        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ກົມການເມືອງ, ຄະນະເລຂາສູນກາງ ຈົ່ງຊີ້ນໍາທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ, ໝູ່ຄະນະ ຕ້ອງສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ທັນການ ແລະ ຮັບປະກັນເພື່ອໃຫ້ບັນດາການເຄື່ອນໄຫວຂອງພັກ, ລັດ ຂອງ ລະບົບການເມືອງໃຫ້ລຸລ່ວງ, ກົມກ່ຽວກັນ ແລະ ມີປະສິດທິຜົນສູງ.
 
(ແຫຼ່ງຄັດຈາກ VOV)
 

      

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top