• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ

      ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນດຳເນີນກອງປະຊຸມເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 12 ຕຸລາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງບາດີງ ແລະ ໄຕໂຮ່. 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ
ພາບ:vietnam+
      ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດບາດກ້າວພັດທະນາຂອງປະເທດຊາດ, ຂອງນະຄອນຫລວງຮ່າໂນ້ຍໃນໄລຍະມໍ່ໆມານີ້. ຜູ້ມີສິດເລືອກຕັ້ງກໍ່ມີຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງກອງປະຊຸມສູນກາງພັກຄັ້ງທີ 6 ຜ່ານມາ ແລະ ຖືວ່າ ບັນດາໝາກຜົນນັ້ນໄດ້ສ້າງຄວາມເພິ່ງພໍໃຈ, ເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ. ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ສະພາບການຢູ່ພາຍໃນປະເທດພວມມີການຫັນປ່ຽນຢ່າງຕັ້ງຫນ້າ. ດ້ານການເມືອງ, ເສດຖະກິດ, ສັງຄົມມີຄວາມສະຖຽນລະພາບ, ທີ່ຕັ້ງບົດບາດຂອງປະເທດຊາດນັບມື້ນັບໄດ້ຍົກສູງຂຶ້ນ.
 (ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top