ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຕ້ອນຮັບ
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ. ພາບ: ຈີ໋ຢຸງ/VNA
ວັນທີ 8 ກໍລະກົດ 2017, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາເຂົ້າຮ່ວມ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງ ການພົວພັນທາງດ້ານການທູດ ຫວຽດນາມ-ລາວ (5/9/1962 - 5/9/2017) ແລະ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ (18/7/1977 - 18/7/2017) ທີ່ແຂວງ ເຊີນລາ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຕີລາຄາສູງຜົນງານການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃນໄລຍະຜ່ານມາ ແລະ ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ ກໍ່ຄືບັນດາຄະນະກຳມະການຂອງສະພາແຫ່ງຊາດ ເພີ່ມທະວີການ ຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ວິຊາສະເພາະ ໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນຫຼາຍ ບັນຫາໃຫຍ່ຂອງປະເທດຊາດ; ເພີ່ມທະວີການກວດກາ, ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັບທັງບັນດາ ວິສາຫະກິດໃນການຜັນຂະຫຍາຍປະຕິບັດບັນດາຖະແຫຼງການຮ່ວມ ຫວຽດນາມ - ລາວ ແລະ ບັນດາຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດ, ສັນຍາການຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາແຜນການຮ່ວມມືລະຫວ່າງສອງຝ່າຍ.
ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍສົມທົບຢ່າງແໜ້ນແຟ້ນ ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017; ໂຄສະນາຢ່າງເລິກເຊິ່ງກວ້າງຂວາງ ເພື່ອໃຫ້ປະຊາຊົນທຸກຊັ້ນ, ເປັນຕົ້ນແມ່ນຮຸ່ນໜຸ່ມສອງປະເທດ ແລະ ເພື່ອມິດສາກົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ ແລະລາວ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ແຈ້ງໃຫ້ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ຮູ້ເຖິງສະພາບການຕ່າງໆ ຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຝາກຄຳຢ້ຽມຢາມ ຖາວຂ່າວ ແລະ ອວຍພອນສຸຂະພາບເຖິງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະ ບັນດາທ່ານຜູ້ນຳພັກ, ລັດຖະບານ ລາວ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນງານສຳຄັນທີ່ສອງພັກ, ສອງລັດບັນລຸໄດ້ ແລະ ຫວັງວ່າ ສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ນັບມື້ນັບພັດທະນາ ແລະ ເລິກເຊິ່ງກວ່າເກົ່າ, ປະກອບສ່ວນເຂົ້າໃນ ພາລະກິດສ້າງສາ ແລະ ປົກປ້ອງປະເທດຊາດຂອງແຕ່ລະປະເທດ.
ສອງຝ່າຍຢືນຢັນວ່າ ຈະພ້ອມກັນຮັກສາ, ສ້າງສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຄົນຮຸ່ນຫຼັງ ກ່ຽວກັບສາຍພົວພັນສາມັກຄີພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ.

ປະຕິບັດໂດຍ: VNA/VNP