• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາແຫ່ງຊາດມຽນມາ

      ວັນທີ 15/05, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ, ປະທານສະພາສູງມຽນມາ Man Uyn Khai Than ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຕ້ອນຮັບທ່ານປະທານສະພາແຫ່ງຊາດ,
ປະທານສະພາສູງມຽນມາ
(ພາບ: TTXVN)
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງໄດ້ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານ Man Uyn Khai Than ຈະເປັນຂີດໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດກວ່າອີກ.
        ສ່ວນທ່ານປະທານສະພາແຫ່ງຊາດ ປະທານສະພາສູງມຽນມາ Man Uyn Khai Than ຢືນຢັນຄວາມຕັດສິນໃຈສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ ແລະ ສົມທົບກັບຫວຽດນາມ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ.
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບທ່ານປະທານສະພາແຫ່ງຊາດມຽນມາ
(ພາບ: TTXVN)
      ແລະກໍ່ໃນຕອນບ່າຍວັນທີ 15/05, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດມຽນມາ Man Uyn Khai Than. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບມຽນມາ ໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ປະເທດຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ, ປະຕິບັດບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ດຳເນີນກອງປະຊຸມຄະນະກຳມະການປະສົມ ແລະ ທາບທາມຄວາມເຫັນດ້ານການເມືອງໂດຍໄວ, ສືບຕໍ່ຊຸກຍູ້ການເຈລະຈາ ແລະ ລົງນາມໃນບັນດາຂໍ້ຕົກລົງຮ່ວມມື.
        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ປະເທດເພີ່ມທະວີການສົມທົບກັນ ເພື່ອອາຊຽນ ເສີມຂະຫຍາຍບົດບາດໃຈກາງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງການໂດຍສັນຕິວິທີ ບົນພື້ນຖານຫຼັກການທີ່ໄດ້ຮັບຮູ້ແລ້ວຢ່າງກວ້າງຂວາງຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ຊຸກຍູ້ບັນດາຝ່າຍເຄົາລົບ ແລະ ປະຕິບັດວິວັດທະນາການດ້ານກົດໝາຍ ແລະ ການທູດຢ່າງຄົບຖ້ວນ, ບໍ່ຄວນມີບັນດາການກະທຳເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top