• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຢາລາຍ


ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ຢາ​ລາຍ
(ພາບ: TTXVN)
 
ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ຢາ​ລາຍ ​ໃນ​ວັນ​ທີ 13/04, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ ບັນດາ​ຄວາມ​ສະ​ດວກ​ພື້ນຖານ ​ແລະ ກໍ່​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ ຢາ​ລາຍ, ທັງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ. ​ໃນ​ນັ້ນ ຢາ​ລາຍ ມີ​ເງື່ອນ​ໄຂ​ອາກາດ, ທີ່​ດິນ​ສະດວກ​ໃຫ້ການພັດທະນາຕົ້ນ​ໄມ້​ອຸດສາຫະກຳ (ກາ​ເຟ, ຢາງພາລາ, ໝາກພິກ​ໄທ); ມີ​ຊັບພະຍາກອນ​ໂລຫະ​ລ້ຳ​ຄ່າ​ຫລາຍ​ຢ່າງ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຊົນລະປະທານ, ການທ່ອງທ່ຽວ​ຊີວະ​ພາບ, ການທ່ອງທ່ຽວ​ວັດທະນະທຳ, ປະຫວັດສາ​ດ, ມີ​ມູນ​ເຊື້ອ​ຕໍ່ສູ້​ປະຕິວັດ​ຢ່າງອົງ​ກາດ​ກ້າຫານ; ​ແມ່ນ​ບໍລິ​ເວນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ນອນ​ໃນ​​ໃຈກາງ​ຂອງ​ເຂດ 3 ຫຼ່ຽມພັດທະນາ ຫວຽດນາມ - ກຳປູ​ເຈຍ - ລາວ. ທ່ານ​ເລຂາທິການ​ໃຫຍ່ ກໍ່​ຊີ້​ແຈ້ງວ່າ ຄຽງ​ຂ້າງ​ການ​ພັດທະນາ​ກະສິກຳ​ປ່າ​ໄມ້ມີ​ລະດັບ​ສູງ, ຢາ​ລາຍ ກໍ່​ຕ້ອງ​ພັດທະນາ​ອຸດສາຫະກຳ, ທ່ອງ​ທ່ຽວ; ​ເອົາ​ໃຈ​ໃສ່​ພັດທະນາ​ການ​ສຶກສາ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.
(ແຫຼ່ງຄັດຈາກ VOV)
                                                                                            

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top