(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດວຽກຢູ່ນາມດິ້ງ)
ວັນທີ 08/02, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ນາມດິ້ງ ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກໃນປີ 2016; ທິດທາງ, ໜ້າທີ່ຈຸດສຸມໃນປີ 2017. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ນາມດິ້ງ ແມ່ນແຂວງທີ່ມີທີ່ຕັ້ງຍຸດທະສາດສຳຄັນຢູ່ເຂດທົ່ງພຽງແມ່ນ້ຳແດງ, ມີມູນເຊື້ອປະຫວັດສາດ, ວັດທະນະທຳ, ມີມູນເຊື້ອປະຕິວັດອົງອາດກ້າຫານ, ມີການປະກອບສ່ວນຫຼາຍຢ່າງໃຫ້ພາລະກິດປະຕິວັດລວມຂອງປະເທດຊາດ. ປະຈຸບັນ, ນາມດິ້ງ ໄດ້ເຕົ້າໂຮມບັນດາປັດໃຈສະດວກເພື່ອພັດທະນາອຸດສາຫະກຳ, ກະສິກຳ ແລະ ການບໍລິການ. ທ່ານເລຂາທິການໃຫຍ່ ສະແດງຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງນາມດິ້ງ ຕ້ອງສືບຕໍ່ເສີມຂະຫຍາຍທ່າແຮງ, ຄວາມສາມາດບົມຊ້ອນທີ່ເຄີຍມີຢູ່ແລ້ວ, ມູນເຊື້ອວິລະຊົນ, ມານະພະຍາຍາມບື່ນຕົວຂຶ້ນ, ພັດທະນາຢ່າງແຮງກວ່າອີກ. ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ແຂວງນາມດິ້ງ ສືບຕໍ່ປະຕິບັດວຽກງານເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ, ຮັບປະກັນຄວາມຍຸຕິທຳໃນສັງຄົມ, ປະຕິບັດວຽກງານກໍ່ສ້າງ, ປັບປຸງພັກ, ໂດຍສະເພາະແມ່ນຕ້ອງປຸກລູກມູນເຊື້ອວິລະຊົນ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ, ຕອນບ່າຍວັນດຽວດັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມໂຮງຮຽນການເມືອງ ເຈື່ອງຈິງ ແຂວງນາມດິ້ງ, ຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ ເຈື່ອງຈິງ ຢູ່ອານຸສອນສະຖານ ແລະ ອະນຸສາວະລີອະດີດເລຂາທິການໃຫຍ່ ເຈື່ອງຈິງ ຢູ່ເມືອງຊວນເຈື່ອງ, ແຂວງນາມດິ້ງ.

(ແຫຼ່ງຄັດຈາກ VOV)