• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບການນຳແຂວງດ້ຽນບຽນ


ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ແລະ ການ​ນຳ​ຫລັກ​ແຫລ່ງ​ຂອງ
ແຂວງ ດ້ຽນ​ບຽນ. ພາບ:TTXVN

​      ສືບ​ຕໍ່​ການ​​ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ແຂວງ ດ້ຽນ​ບຽນ ຕອນ​ບ່າຍ​ວັນ​ທີ 16/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ  ໄດ້​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ ແລະ ພະ​ນັກ​ງານ​ຫລັກ​ແຫລ່ງຂອງ​ແຂວງ​ດ້ຽນ​ບຽນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຍ້ອງ​ຍໍ ແລະ ຕ​ີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ຊື່ງ​ອົງ​ຄະ​ນະ​ພັກ ແລະ ປະ​ຊາ​ຊົນ ແຂວງ ດ້ຽນ​ບຽນ ບັນ​ລຸ​ໄດ້​ໃນ​ໄລ​ຍະຜ່ານ​ມາ ແລະ ສະ​ເຫນີ ແຂວງ ດ້ຽນ​ບຽນ ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ວຽກ​ງານ​ຈຸດ​ສຸມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.
        “ທີ​ຫນຶ່ງ ແມ່ນ​ສືບ​ຕໍ່ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ແຮງກວ່າ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ຕາມ​ທິດ​ສ້າງ​ເສດ​ຖະ​ກິດ​ກະ​ສິ​ກຳ, ປ່າ​ໄມ້, ການ​ບໍ​ລິ​ການ - ທ່ອງ​ທ່ຽວ​ໃຫ້​ເຂັ້ມ​ແຂງກວ່າ. ທີ​ສອງ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ມີ​ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ​ດ້ວຍ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ດ້ວຍ​ຈິດ​ໃຈ ລັດ ແລະ ປະ​ຊາ​ຊົນ​ພ້ອມ​ກັນ​ເຮັດ.”
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top