• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫງວຽນຈີ໊ວີ້ງ ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄຫວຟາງເຂືອ

      ຈີນ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ແລະ ຖືວ່າ ການຮ່ວມມືລະຫວ່າງກອງທັບສອງປະເທດໃນຊຸມປີຜ່ານມາ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ
            ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດຈີນ ໃນລະຫວ່າງວັນທີ 19 – 22 ກຸມພາ 2019, ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານພົນໂທ ໄຫວຟາງເຂືອ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.

ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານພົນໂທ ໄຫວຟາງເຂືອ
ລັດຖະມົນຕີກະຊວງປ້ອງກັນປະເທດຈີນ
      ທີ່ການພົບປະ, ທ່ານພົນໂທ ຫງວຽນຈີ໊ວີ້ງ ຢັ້ງຢືນວ່າ ເປົ້າໝາຍຂອງການຢ້ຽມຢາມ ຈີນ ຂອງທ່ານໃນຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນຜູ້ແທນຂັ້ນສູງລະຫວ່າງສອງກອງທັບ, ສ້າງແຜນການຮ່ວມມືລະຫວ່າງກອງທັບສອງປະເທດ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ ໃນຂົງເຂດເສນາຮັກ, ການບໍາລຸງແຫຼ່ງຊັບພະຍາກອນມະນຸດ, ການກູ້ໄພກູ້ຊີບ, ອຸດສາຫະກໍາປ້ອງກັນຊາດ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ.
        ທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດ ຈີນ ໄຫວຟາງເຂືອ ຢ້ັງຢືນວ່າ ຈີນ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ແລະ ຖືວ່າ ການຮ່ວມມືລະຫວ່າງກອງທັບສອງປະເທດໃນຊຸມປີຜ່ານມາ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ພັດທະນາຕາມທິດຕັ້ງໜ້າ; ບັນດາກົນໄກຮ່ວມມືນັບມື້ນັບໄດ້ຮັບການບູລະນະ ແລະ ແທດຈິງກວ່າເກົ່າ.
 (ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top