• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຮຽກຮ້ອງໃຫ້ນະຄອນ ໂຮ່ຈີມິນ ຕ້ອງປະຕິບັດການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ເພື່ອຄວບຄຸມການແຜ່ລະບາດຢ່າງທັນການ

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງແນະນຳນະຄອນ ໂຮ່ຈີມິນ ເປັນເຈົ້າການໃນການໜູນຊ່ວຍຜູ້ອອກແຮງງານ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າຂຶ້ນແຜນການສະໜອງເຄື່ອງໃຊ້ສະບຽງອາຫານທີ່ຈຳເປັນຖ້າຫາກປິດນະຄອນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງ

ລະບົບການເມືອງຕ້ອງເຂົ້າຮ່ວມປະຕິບັດຢ່າງແຮງ, ເປັນຕົ້ນແມ່ນຈາກຜູ້ນຳ ຕາແສງ, ເມືອງ ຕະຫຼອດຮອດນະຄອນ ໂຮ່ຈີມິນ ເພື່ອກວດກາຄືນ, ສະກັດກ້ັນບັນດາສະຖານທີ່ ທີ່ມີຄວາມສ່ຽງແຜ່ລະບາດຢ່າງຮ້າຍແຮງ ແລະ ທາງນະຄອນຕ້ອງປະຕິບັດການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ຢ່າງແຮງ ເພື່ອຄວບຄຸມການແຜ່ລະບາດຢ່າງທັນການ. ນັ້ນແມ່ນຄຳເນັ້ນໜັກຂອງ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໃນການເຮັດວຽກກັບຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 1 ມິຖຸນາ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງແນະນຳນະຄອນ ໂຮ່ຈີມິນ ເປັນເຈົ້າການໃນການໜູນຊ່ວຍຜູ້ອອກແຮງງານ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າຂຶ້ນແຜນການສະໜອງເຄື່ອງໃຊ້ສະບຽງອາຫານທີ່ຈຳເປັນຖ້າຫາກປິດນະຄອນ. ກະຊວງປ້ອນກັນຊາດ ກະກຽມບັນດາເຂດແຍກຕົວໃນກອງທັບ,ກະຊວງພາຍໃນ ແລະ ກະຊວງຕຳຫຼວດ ສົມທົບກັບບັນດາທ້ອງຖິ່ນ ແກ້ໄຂບັນດາສະຖານທີ່ ທີ່ມີການເຄື່ືອນໄຫວເຊື່ອຖືງົມງວາຍ ບໍ່ເປັນທາງການ.
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top