• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ເຂົ້າຮ່ວມກອງປະຊຸມທາງອອນລາຍສະຫະພັນເພື່ອລັດທິຫຼາຍຝ່າຍ

       
      ວັນທີ 6 ເມສາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Heiko Maas ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີການຕ່າງປະເທດດ້ວຍຫົວຂໍ້ ການຮ່ວມມືສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນຂອບເຂດສະຫະພັນເພື່ອລັດທິຫຼາຍຝ່າຍ”.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ 
(ພາບ: VGP)
      ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງການຕ່າງປະເທດ 26 ປະເທດເອີລົບ, ອາຊີ - ປາຊີຟິກ, ອາເມລິກາລາຕິນ ແລະ ອາຟຼິກກາ ເພື່ອແນໃສ່ຊຸກຍູ້ຄວາມສາມັກຄີກັນເພື່ອພ້ອມກັນຜ່ານຜ່າໂລກລະບາດ Covid – 19 ແລະ ປຶກສາຫາລືມາດຕະການໜູນຊ່ວຍ, ເພີ່ມທະວີບັນດາລະບອບຫຼາຍຝ່າຍ, ພິເສດແມ່ນອົງການອະນາໄມໂລກ (WHO) ເພື່ອໃຫ້ບັນດາອົງການນີ້ປະຕິບັດພາລະກິດຂອງຕົນໃຫ້ເປັນຢ່າງດີ.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ແບ່ງປັນວ່າ ຫວຽດນາມໄດ້ເປັນເຈົ້າການມານະພະຍາຍາມຮັບມືກັບໂລກລະບາດຢ່າງທັນການ ດ້ວຍທັດສະນະທີ່ວ່າຖືຊີວິດອິນຊີ, ສຸຂະພາບຂອງ ປະຊາຊົນເປັນສຳຄັນຕົ້ນຕໍ. ເພື່ອໃຫ້ປະຊາຄົມສາກົນຮັບມືກັບໂລກລະບາດນີ້ຢ່າງມີປະສິດທິຜົນ, ທ່ານ ຟ້າມບິ່ງມິງໄດ້ວາງອອກ ຂໍ້ສະເໜີຢ່າງລະອຽດ 4 ຂໍ້ ນັ້ນແມ່ນ ເພີ່ມທະວີຄວາມສາມັກຄີສາກົນ, ຮ່ວມມືຫຼາຍຝ່າຍດ້ວຍບົດບາດໃຈກາງຂອງ ສປຊ ແລະ WHO, ເພີ່ມທະວີການເຄື່ອນໄຫວ ຂອງ WHOຢ່າງມີປະສິດທິຜົນເພື່ອແນໃສ່ຮັບປະກັນຄວາມອາດສາມາດໃນການໜູນຊ່ວຍບັນດາປະເທດພວມພັດທະນາ. ທີ 2 ແມ່ນເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ໝາກຜົນຂອງການຄົ້ນຄ້ວາ. ທີ 3 ແມ່ນຮຽກຮ້ອງໃຫ້ຢຸດຕິບັນດາການເຄື່ອນໄຫວທີ່ກໍ່ຜົນສະທ້ອນຕໍ່ຄວາມມານະພະຍາຍາມຮັບມືກັບໂລກລະບາດ . ທີ 4 ແມ່ນ ສ້າງແຜນການພັດທະນາ ພາຍຫຼັງສິ້ນສຸດໂລກລະບາດ Covid – 19 ດ້ວຍຈຸດສຸມແມ່ນສົມທົບນະໂຍບາຍ ແລະ ມາດຕະການເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ, ການຄ້າ ແລະ ການລົງທຶນ, ຮັກສາຕະຫຼາດການເງິນໃຫ້ເປັນປົກກະຕິ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ ແລະ ປະຊາຊົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top