• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ລົງຢ້ຽມຢາມທ່າກໍ່າປັ່ນ ດ່າໜັງ

      ຕອນບ່າຍວັນທີ 23 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງໄປຢ້ຽມຢາມທ່າກໍ່າປັ່ນດ່າໜັງ ເຊິ່ງແມ່ນໜຶ່ງໃນບັນດາທ່າກໍ່າປັ່ນສາກົນໃຫຍ່ທີ່ສຸດຢູ່ພາກກາງ ເຊິ່ງໃນປັດຈຸບັນ ມີເຂດຂຸດຄົ້ນຕົ້ນຕໍແມ່ນວິສາຫະກິດ ທ່າກໍ່າປັ່ນ ຕຽນຊາ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ລົງຢ້ຽມຢາມທ່າກໍ່າປັ່ນ ດ່າໜັງ  (ພາບ:  VGP)
      ທ່ານ ເຈິ່ນເລຕ໊ວນ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນທ່າກໍ່າປັ່ນດ່າໜັງ, ໃຫ້ຮູ້ວ່າ ທ່າກໍ່າປ່ັນ ດ່າໜັງ ຄ່ອຍໆຢັ້ງຢືນວ່າແມ່ນທ່າກໍ່າປັ່ນເລກທີ 1 ຢູ່ພາກກາງ, ສ້າງລະບົບສະໜອງການບໍລິການ logistics. ປັດຈຸບັນ, ຄາດວ່າ ປະລິມານສິນຄ້າທີ່ຂົນສົ່ງຜ່ານທ່າກໍ່າປັ່ນດັ່ງກ່າວ ເພີ່ມຂຶ້ນເກືອບ 20%, ລາຍຮັບເພີ່ມຂຶ້ນ 16%.
        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກໍໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ພະນັກງານ, ພາລະກອນຢູ່ທ່າກໍ່າປັ່ນດ່າໜັງ. ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ລັດຖະບານ ມີຄວາມເອົາໃຈໃສ່ທີ່ສຸດເຖິງການພັດທະນາຂອງທ່າກໍ່າປັ່ນກໍຄືສະພາບການລົງທຶນເປີດກວ້າງທ່າກໍ່າປັ່ນດ່າໜັງ ແລະ ທ່າກໍ່າປັ່ນ ລຽນຈ໋ຽວ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top